ອາທິດແລ້ວນີ້; ທີ່ສະໂມສອນໂຮງຮຽນ ປກສ ຊັ້ນສູງ ເລກ 3 ແຂວງສະຫວັນນະເຂດ ໄດ້ຈັດພິທີຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ ປະຊາຊົນລາວ ຄົບຮອບ 60 ປີ (5 ເມສາ 1961 ຫາ 5 ເມສາ 2021) ໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນໂຮງຮຽນ ປກສ ຊັ້ນສູງ ເລກ 3; ໄດ້ຮັບຮູ້-ເຂົ້າໃຈກ່ຽວກັບການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຢ່າງເລິກເຊິ່ງ; ພ້ອມທັງເຊື່ອມຊຶມ, ກໍາແໜ້ນ ແລະ ເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ; ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ພັທ ບຸນເລີດ ຄະທຸມພົມ ຮອງກອງບັນຊາການ ປກສ ແຂວງ, ມີຄະນະອຳ ນວຍການໂຮງຮຽນ, ພະນັກງານຄູ-ອາ ຈານ ແລະ ນັກສຶກສາເຂົ້າຮ່ວມຮັບຟັງ.

ພັທ ບຸນເລີດ ຄະທຸມພົມ ໄດ້ຍົກໃຫ້ເຫັນວ່າ: ກໍາລັງປ້ອງກັນຄວາມສະຫງົບ ແມ່ນພາກສ່ວນໜຶ່ງຂອງກໍາລັງປະກອບອາວຸດປະຕິວັດມາຈາກປະຊາຊົນ ໂດຍປະຊາຊົນ,ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເຊິ່ງຢູ່ພາຍໃຕ້ການຊີ້ນໍານໍາພາເດັດ ຂາດໂດຍກົງຮອບດ້ານຂອງພັກ ປະຊາ ຊົນປະຕິວັດລາວ ແລະ ຢູ່ພາຍໃຕ້ການ ຄຸ້ມຄອງຂອງລັດ, ມີບົດບາດປົກປັກ ຮັກສາ ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ; ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງ ທີ່ປະເຊີນໜ້າ ໂດຍກົງກັບອິດທິກໍາລັງ ປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບ ເຮັດໜ້າທີ່ໃນການຕໍ່ສູ້ຕ້ານ ແລະ ສະກັດກັ້ນອາດຊະຍາກໍາ, ບັນດາປະກົດການຫຍໍ້ທໍ້ຕ່າງໆ; ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນແມ່ນບັນຫາຄາດຕະກໍາ, ຢາເສບຕິດ, ກຸ່ມແກ້ງກວນເມືອງ, ອຸບິດຕິເຫດ, ການປຸ້ນຊັບ, ຊີງຊັບ, ລັກຊັບ, ສໍ້ໂກງຊັບ, ຄ້າມະນຸດ, ໂສເພນີ, ການຄ້າຂາຍເຖື່ອນ, ການສວຍໃຊ້ສື່ສັງ ຄົມອອນລາຍກໍກວນຄວາມບໍ່ສະຫງົບ ແລະ ບັນຫາອື່ນໆ.

ໃນໂອກາດດຽວກັນນີ້, ຢູ່ທີ່ກອງ ພັນປ້ອງກັນເຄື່ອນທີ່ ປກສ ແຂວງ, ກໍໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳ ລັງປ້ອງກັນຄວາມຫງົບປະຊາຊົນ ຄົບ ຮອບ 60 ປີ; ເຊິ່ງໃຫ້ກຽດປາຖະກະຖາຂອງ ພັທ ຈັນທາ ແສນສຸລິວົງ ຮອງກອງບັນຊາການ ປກສ ແຂວງ, ມີຫົວໜ້າກອງພັນປ້ອງກັນເຄື່ອນທີ່ພ້ອມຄະນະ, ຕະຫຼອດຮອດສະມາຊິກພາຍໃນ ກອງພັນ ເຂົ້າຮ່ວມຮັບຟັງ.