ກົມໂຄສະນາສູນກາງແນວລາວສ້າງຊາດ ອວຍພອນ ກົມສື່ມວນຊົນ ປກສເນື່ອງໃນໂອກາດສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
983

ວັນທີ 6 ເມສາ 2021, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂັວນເຂົ້າອວຍພອນ ພັອ ເພີນຄຳ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ, ກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5 ເມສາ 1961 – 5 ເມສາ 2021).

ທ່ານ ນາງ ແພງພັນ ບຸບຜາພອນ ກ່າວວ່າ: ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ, ເຊິ່ງເປັນວັນປະຫວັດ ສາດທີ່ມີຄວາມໝາຍ,ຄວາມສຳຄັນເປັນຢ່າງຍິ່ງ,ໃນຊີວິດການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ທັງເປັນການຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງເຖິງການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 60 ປີຜ່ານມາ.

ພາຍໃຕ້ການນຳພາຂອງຄະນະພັກ,ຄະນະນຳກະຊວງ ປກສ ຂໍອວຍພອນໃຫ້ຄະນະພັກ-ຄະນະບັນຊາກົມສື່ມວນຊົນ ແລະບັນດາສະຫາຍທີ່ປະຕິບັດໜ້າທີ່ວຽກງານ,ຈົ່ງສຸຂະພາບແຂງແຮງ,ສືບຕໍ່ປະຕິ ບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດ.

ໃນໂອກາດນີ້, ພັອ ເພີນຄຳ ແສງດາລາ ໄດ້ກ່າວສະແດງຄວາມຂອບໃຈມາຍັງກົມໂຄສະນາສູນກາງ ແນວລາວສ້າງຊາດ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງວັນສ້າງຕັ້ງກຳລັງ ແລະ ອວຍພອນໃຫ້ພະນັກງານພາຍໃນກົມຈົ່ງມີສຸພາບເຂັ້ມແຂງ ສືບຕໍ່ປະບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດເປັນກ້າວໆ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ