ຍັງອີກບໍ່ພໍ່ເທົ່າໃດວັນຂ້າງໜ້າ ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ພສ 2564 ກໍຈະມາເຖິງ; ເຊິ່ງເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະປີນີ້ຈະບໍ່ມີການສະເຫຼີມສະຫຼອງໃຫຍ່ຄືກັບຫຼາຍປີທີ່ຜ່ານມາ ຍ້ອນການລະບາດຂອງພະຍາດໂຄວິດ-19, ລັດຖະບານ ກໍຄືຫ້ອງວ່າການສຳນັກງານນາຍົກ ກໍໄດ້ອອກແຈ້ງການກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ໂດຍ ໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດຕາມຮີດຄອງປະເພນີຂອງລາວ ແລະ ຮັກສາໄດ້ມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງຊາດ, ເສີມສ້າງຄວາມສາມັກຄີໄມຕີຈິດມິດຕະພາບເທົ່ານັ້ນ; ແຕ່ຢ່າງໃດກໍຕາມ, ຄືດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ສັງຄົມລາວບໍ່ວ່າຈະເປັນງານໃດໆກໍມີການພົບປະສັງສັນການດື່ມສິ່ງມຶນເມົາ ແຕ່ທຸກຄົນຈົ່ງຫຼິ້ນກິນຢ່າງມີສະຕິຢ່າໂລດໂພນເກີນໄປ, ຫຼິ້ນໃຫ້ມີຄວາມພໍເໝາະພໍດີ ແລະ ຮັບປະກັນຄວາມສະຫງົບ-ປອດໄພຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ການສະເຫຼີມສະຫຼອງບຸນປີໃໝ່ລາວ ເປັນການສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຖືເອົາໂອກາດນີ້ອວຍພອນໄຊເຊິ່ງກັນແລະກັນສະຫຼອງດ້ວຍບັນຍາກາດເບີກບານມວນຊື່ນ ໂດຍຖືເອົາໂອກາດນີ້ພົບປະສັງສັນ ແລະ ບາສີສູ່ຂວັນພາຍໃນຄອບຄົວ ຫຼື ການຈັດຕັ້ງການຫົດນໍ້າອວຍໄຊໃຫ້ພອນຜູ້ອາວຸໂສ ເຂົ້າວັດຫົດສົງພຣະພຸດທະຮູບ, ຕົບພຣະທາດຊາຍ ແລະ ກິດຈະກຳອື່ນໆທີ່ມີຄຸນປະໂຫຍດ ສຳລັບເວລາຫົດສົງນ້ຳແບບມວນຊົນໃຊ້ເວລາ 3 ວັນ ຄື: ວັນທີ 14, 15 ແລະ 16 ເມສາ 2021. ໂດຍຫຼີກລ່ຽງສິ່ງອັບປະມົງຄຸນບໍ່ໃຫ້ເກີດ ຂຶ້ນເຊັ່ນ: ອັກຄີໄພ, ສຽງແຕກສຽງດັງ, ອາລະວາດຕີກັນ ຫຼື ອຸບັດຕິເຫດເປັນຕົ້ນ.

ຫຼາຍປີຜ່ານມາ, ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ຂອງປວງຊົນລາວ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນຢູ່ນະຄອນຫຼວງວຽງຈັນ ຍັງມີຫຼາຍດ້ານທີ່ຍັງບໍ່ທັນສອດຄ່ອງກັບກັບລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງລາວ ອັນດັບຕົ້ນໆ ກໍຄືດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຫຼິ້ນສິ່ງເປີເປື້ອນ ແລະ ລາມົກອະນາຈານເຊັ່ນ: ນໍ້າສີ, ນໍ້າເປື້ອນ, ນໍ້າຄັນ ແກວ່ງຖົງນໍ້າ, ແກວ່ງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ, ບາງຈຸດຕັນທາງການສັນຈອນຕາມເສັ້ນທາງແລ້ວລັດລົດຫົດນໍ້າຢູ່ກາງທາງ, ເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ ແລະ ກາຍກຳນົດເວລາ; ນອກນີ້, ຍັງມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ເຊິ່ງພວກຄົນບໍ່ດີມັກສວຍໂອກາດໄລຍະນີ້ ເປັນຕົ້ນແມ່ນປຸ້ນຈີ້-ຊິງຊັບ, ລັກຊັບ, ລວມໄປເຖິງບັນຫາຄາດຕະກໍາ, ເຊິ່ງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍໃນສັງຄົມ.

ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນໄລຍະງານບຸນປີໃໝ່ນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 297/ປກສ ນວ, ລົງວັນທີ 1 ເມສາ 2021 ເລື່ອງການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຢູ່ນະຄອນຫຼວງວຽງຈັນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງອອກບັນດາຂໍ້ຫ້າມດັ່ງນີ້:

  1. ຫ້າມບໍ່ໃຫ້ຊື້-ຂາຍສິນຄ້າ ແລະ ອຸປະ ກອນທີ່ກໍ່ໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ ຈູດໝາກກະໂພກ, ບັ້ງໄຟດອກທຸກຊະນິດ, ບໍ່ໃຫ້ ນໍາໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ-ເຄມີ, ທາດກໍາມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະ ພາບທີ່ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມ.
  2. ຫ້າມໃຊ້ພາຫະນະບັນຈຸຖັງນໍ້າ, ຄຸນໍ້າ ຫຼື ທໍ່ຢາງຕໍ່ນໍ້າຈາກເຮືອນອອກມາ ເພື່ອຫົດສົງນໍ້າຄົນ ໃນຖະໜົນ ແລະ ຫ້າມລວມຕົວກັນເປັນກຸ່ມເຕັ້ນ ຟ້ອນຕາມທ້ອງຖະໜົນຢ່າງເດັດຂາດ.
  3. ຫ້າມບໍ່ໃຫ້ລົງຫຼິ້ນນໍ້າຢູ່ຫາດຊາຍນໍ້າຂອງ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ ຫຼື ບ່ອນທີ່ບໍ່ມີ ເຈົ້າໜ້າທີ່ປ້ອງກັນຮັກສາຄວາມສະຫງົບ, ຮັກ ສາຄວາມປອດໄພ ເພື່ອຫຼີກລຽງຕໍ່ສີ່ງທີ່ບໍ່ເພິ່ງປາດ ຖະໜາອາດຈະເກີດຂຶ້ນ.
  4. ຫ້າມບໍ່ໃຫ້ໃຊ້ນໍ້າເປິະເປື້ອນ, ນ້ໍາສີ, ນ້ໍາ ປົນກັບພືດທີ່ຄັນຄາຍ, ນ້ໍາກ້ອນໃສ່ຖົງຢາງຫົດ ຫຼື ແກ່ວງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງສັ້ນ-ເຂີນ ຍົ້ວຍວນທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ, ການທ່ຽວຫຼິ້ນ ແບບລາມົກອານາຈານ ແລະ ຫຼິ້ນການພະນັນທຸກ ປະເພດຢ່າງເດັດຂາດ.
  5. ຫ້າມເປີດສຽງດັງເນືອງນັນເກີນຂອບ ເຂດໃນບ້ານເຮືອນ-ຄອບຄົວ, ສໍານັກງານ-ອົງການ, ສະຖານທີ່ສາທາລະນະ, ບໍ່ໃຫ້ໃຊ້ພາຫະນະແຮ່ຄົບງັນຕາມທ້ອງຖະໜົນ, ບໍ່ຂີ່ລົດເປັນພືງເປັນ ແພ-ແລ່ນລົດໄວເກີນຂອບເຂດ, ເວລາຂັບຂີ່ລົດ ປະເພດຕ່າງໆສັນຈອນຕາມທ້ອງຖະໜົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດ ເຊັ່ນ: ດື່ມສິ່ງມືນເມົາແລ້ວ ບໍ່ຂັບລົດ, ຂັບລົດບໍ່ດື່ມສິ່ງມືນເມົາຢ່າງເດັດຂາດ.
  6. ຫ້າມບໍ່ໃຫ້ຜູ້ໂດຍສານນັ່ງຫົວລົດເວລາ ຂັບຂີ່ໄປຕາມທ້ອງຖະໜົນ, ລົດບັນທຸກຂົນສົ່ງ ສິນຄ້າໜັກ-ລົດໂດຍສານບໍ່ໃຫ້ໃສ່ເກີນຂອບ ເຂດ, ຜູ້ຂັບຂີ່ພາຫະນະທຸກປະເພດຕ້ອງປະຕິ ບັດຕາມປ້າຍສັນຍານຈະລາຈອນ ແລະ ກົດລະບຽບ ການສັນຈອນຢ່າງເຄັ່ງຄັດ.
  7. ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນ ດື່ມໃຫ້ປະຕິບັດຕາມແຈ້ງການ, ຄໍາສັ່ງຂອງລັດ ຖະບານວາງອອກຢ່າງເຂັ້ມງວດ.
  8. ຫ້າມຫົດນໍ້າໃສ່ເຈົ້າໜ້າທີ່ ທີ່ກໍາລັງປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆ.
    ຖ້າຫາກວ່າຜູ້ໄດ້ຫາກລະເມີດຂໍ້ຫ້າມໃນ ແຈ້ງການສະບັບນີ້ ດ້ວຍການເຈດຕະນາ ຫຼື ບໍ່ ເຈດຕະນາ ລ້ວນແຕ່ໄດ້ຖືກສຶກສາອົບຮົມ, ກ່າວ ເຕືອນ, ປັບໃໝຕາມສະຖານການລະເມີດ ຫຼື ດໍາ ເນີນຄະດີ ຕໍ່ຜູ້ກະທໍາຜິດສ່ວນບຸກຄົນ, ກຸ່ມຄົນ, ນິຕິບຸກຄົນ ໂດຍປະສານສົມທົບກັບທຸກພາກ ສ່ວນທີ່ກ່ຽວຂ້ອງ ເພື່ອປະຕິບັດຕາມລະບຽບ ກົດໝາຍ.
    ສໍາລັບການຊື້-ຂາຍ, ການມີໄວ້ໃນຄອບຄອງ ໝາກກະໂພກ, ບັ້ງໄຟດອກທຸກປະເພດ ຫຼື ຈູດ ໝາກກະໂພກ, ບັ້ງໄຟດອກທຸກປະເພດ ຖ້າເຈົ້າ ໜ້າທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ, ຕໍາ ຫຼວດກຸ່ມ, ປກສ ບ້ານ, ກອງຫຼອນກວດກາພົບ ເຫັນໃຫ້ຢຶດ ແລະ ທໍາລາຍຖິ້ມ ພ້ອມທັງນໍາຕົວຜູ້ ກະທໍາຜິດມອບໃຫ້ອໍານາດການປົກຄອງບ້ານ ສ້າງບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ.
    ການປັບໃໝແຕ່ລະກໍລະນີໃຫ້ອີງໃສ່ຂໍ້ຕົກ ລົງສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018, ຂໍ້ຕົກລົງ ສະບັບເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ຂອງອົງການ ປົກຄອງນະຄອນຫຼວງວຽງຈັນ ແລະ ດໍາລັດສະ ບັບ ເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2017 ຂອງນາຍົກລັດຖະມົນຕີ ໂດຍບໍ່ມີຂໍ້ຍົກ ເວັ້ນ.