ໃນວັນທີ 11 ເມສາ 2021, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ສົມທົບກັບ ຕໍາຫຼວດຈະລາຈອນເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ຈະລາຈອນແຂວງວຽງຈັນ ລົງຕັ້ງຈຸດກວດກາຢູ່ 5 ຈຸດຄື: ເສັ້ນທາງເລກທີ 13 ເໜືອ, 13 ໃຕ້, ເສັ້ນທາງເລກ 10, ເສັ້ນທາງເຂົ້າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແລະ ເສັ້ນທາງອອກທາງດ່ວນ ວັງວຽງ-ນະຄອນຫຼວງວຽງຈັນ ພົບເຫັນຜູ້ລະເມີດກົດຈະລາຈອນ ຈໍານວນ 700 ກວ່າກໍລະນີ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ລາຍງານຕໍ່ສື່ມວນຊົນ ປກສ ວ່າ:

ເພື່ອເປັນການລົງຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງ ກຳລັງຕໍາຫຼວດຈະລາຈອນ ໃນໄລຍະສະຫຼອງບຸນປີໃໝ່ລາວ ພ.ສ 2564 ທີ່ຈະມາເຖິງນີ້ ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບ ຈະລາຈອນເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ຈະລາຈອນແຂວງວຽງຈັນ ລົງຕັ້ງຈຸດກວດກາຢູ່ບັນດາເສັ້ນທາງເຂົ້າ-ອອກເມືອງ ແລະ ຢູ່ເສັ້ນທາງດ່ວນ ໃນວັນທີ 11 ເມສາ 2021 ພົບຜູ້ຂັບຂີ່ລະເມີດທັງໝົດ 763 ກໍລະນີ ປະກອບມີຄື:

  1. ລະເມີດດ້ວຍການໃຊ້ຄວາມໄວເກີນກົດໝາຍກໍານົດ ຈໍານວນ 136 ກໍລະນີ
  2. ບໍ່ຖືໃບຂັບຂີ່ ຈໍານວນ 101 ກໍລະນີ
  3. ບໍ່ມີໃບຂັບຂີ່ ຈໍານວນ 18 ກໍລະນີ
  4. ໃບຂັບຂີ່ໝົດກໍານົດ ຈໍານວນ 21 ກໍລະນີ
  5. ໃບທະບຽນລົດໝົດກໍານົດ ຈໍານວນ 49 ກໍລະນີ
  6. ບໍ່ຖືໃບທະບຽນລົດ ຈໍານວນ 99 ກໍລະນີ
  7. ບໍ່ມີປະກັນໄພ ຈໍານວນ 58 ກໍລະນີ
  8. ໃບກວດກາເຕັກນິກໝົດກໍານົດ ຈໍານວນ 39 ກໍລະນີ
  9. ບໍ່ເສຍຄ່າທາງ ຈໍານວນ 72 ກໍລະນີ
  10. ບໍ່ໃສ່ໝວກກັນກະທົບ ຈໍານວນ 38 ກໍລະນີ
  11. ບໍ່ໃສ່ສາຍຮັດນີລະໄພ ຈໍານວນ 45 ກໍລະນີ
  12. ບໍ່ກວດກາເຕັກນິກ ຈໍານວນ79 ກໍລະນີ
  13. ຕ່າງເຄື່ອງສູງເກີນກົດໝາຍກໍານົດ ຈໍານວນ 8 ກໍລະນີ

ການລົງຕັ້ງຈຸດກວດກາໃນຊ່ວງສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2564 ຈະສິ້ນສຸດລົງໃນວັນທີ 18 ເມສາ 2021.