ພຽງມື້ດຽວ (12 ເມສາ 2021) ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 43 ຄັ້ງ, ພາຫະນະເປ່ເພ 71 ຄັນ, ຄົນໄດ້ຮັບບາດເຈັບ 66 ຄົນ ແລະ ເສຍຊີວິດ 7 ຄົນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ລາຍງານວ່າ:

ອຸບັດຕິເຫດທີ່ມີຄົນເສຍຊີວິດ ປະຈຳວັນທີ 12 ເມສາ 2021 ປະກອບມີຄື: ເກີດອຸບັດຕິເຫດລົດຈັກ ຕໍາກັບ ລົດບັນທຸກ ເວລາ 21:27 ໂມງ ຢູ່ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ເສຍຊີວິດ 1 ຄົນ ຜູ້ຂັບຂີ່ລົດຈັກຊື່ ທ້າວ ສອນໄຊ ອາຍຸ 26 ປີ ປະຊາຊົນຢູ່ບ້ານນາຈາງ ເມືອງໄຊ ແຂວງອຸດົມໄຊ ສາເຫດຂັບຂີ່ລົດໄວເກີນກຳນົດ.

ເກີດເຫດລົດກະບະຕຳຄົນຍ່າງ ເວລາ 11:40 ໂມງ ຢູ່ເສັ້ນທາງ 1D ເຂດບ້ານນ້ຳຫງໍາ ເມືອງແປກ ແຂວງຊຽງຂວາງ ເສຍຊີວິດ 1 ຄົນ ສາເຫດຍ້ອນບໍ່ປ່ອຍສິດ, ຜູ້ເສຍຊີວິດຊື່ ທ້າວ ຄໍາພວງ ອາຍຸ 71 ປີ ຢູ່ບ້ານນາເຮືອງ ເມືອງແປກ ແຂວງຊຽງຂວາງ.

ເກີດເຫດລົດຈັກຕໍາກັບລົດເມ ເວລາ 2:00 ໂມງ ຢູ່ເຂດບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ ເສຍຊີວິດ 1 ຄົນ, ສາເຫດຍ້ອນບໍ່ປ່ອຍສິດ, ຜູ້ເສຍຊີວິດຊື່ ທ້າວ ລີ່ ອາຍຸ 20 ປີ ຢູ່ບ້ານຫົວນາ ເມືອງຫີນບູນ ແຂວງຄຳມ່ວນ (ຜູ້ຂັບຂີ່ລົດຈັກ) ສາເຫດຂັບຂີ່ລົດໄວ.

ເວລາ 15:45 ໂມງ ເກີດເຫດລົດຈັກລົ້ມເອງ ຢູ່ເຂດບ້ານໜອງບອນ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ເຮັດໃຫ້ ທ້າວ ອົດສາ ອາຍຸ 50 ປີ ຢູ່ບ້ານໜອງບອນ ເມືອງເຊບັ້ງໄຟ ຜູ້ຂັບຂີ່ລົດຈັກເສຍຊີວິດ.

ເກີດເຫດລົດຈັກຕໍາລົດຈັກຕໍາລົດຈັກ ເວລາ 17:30 ໂມງ ຢູ່ເຂດບ້ານນາຄູ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ເສຍຊີວິດ 1 ຄົນ ຊື່ ນາງ ທອນ ອາຍຸ 69 ປີ ຢູ່ບ້ານນາຄູ ຜູ້ຂັບຂີ່ລົດຈັກ, ສາເຫດຂັບຂີ່ລົດໄວເກີນກຳນົດ.

ເກີດອຸບັດຕິເຫດລົດຈັກຕໍາກັບລົດເມ ເວລາ 8:20 ໂມງ ຢູ່ເຂດບ້ານສາມຂ້າງ ເມືອງໂຂງ ແຂວງຈຳປາສັກ ເສຍຊີວິດ 1 ຄົນ, ຜູ້ຂັບຂີ່ລົດຈັກ ຊື່ ທ້າວ ເຕ້ຍ ອາຍຸ 64 ປີ ຢູ່ບ້ານສາມຂ້າງ ເມືອງໂຂງ ແຂວງຈຳປາສັກ, ສາເຫດບໍ່ປ່ອຍສິດ.

ເກີດເຫດລົດຈັກລົ້ມເອງ ເວລາ 22:00 ໂມງ ຢູ່ເຂດບ້ານໜອງນົກຂຽນ ເມືອງ ແລະ ແຂວງຈໍາປາສັກ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຊື່ ທ້າວ ເຕ້ຍ ອາຍຸ 64 ປີ ຢູ່ ບ້ານສາມຂ້າງ ເມືອງໂຂງ ແຂວງຈຳປາສັກ.