ອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ

0
758

ວັນທີ 9 ເມສາ ຜ່ານມາ, ພັອ ຖາວອນ ສີຫາລາດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ພັທ ຫຸມແພງ ປັນຍາສະຫວັດ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານອາກາດ ພ້ອມຄະນະໄດ້ນໍາກະຕ່າເຂົ້າອວຍພອນ ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ກະຊວງ ປກສ ເນື່ອງໃນໂອກາດສະເຫຼີມ ສະຫຼອງວນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021 ), ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພັອ ຖາວອນ ສີຫາລາດ ໄດ້ຕາງໜ້າທັງສອງພາກສ່ວນ ເຂົ້າອວຍພອນຄັ້ງນີ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ທີ່ຫາກໍຜ່ານພົ້ນໄປ ໃນບໍ່ທໍ່ໃດມື້ນີ້ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດ ແລະ ສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ,ຜົນງານໄຊຊະນະຂອງກໍາລັງ ປກສ ທີ່ໄດ້ຄຽງບ່າຄຽງໄລ່ກັບກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າຕໍ່ສູ້ກູ້ຊາດຈົນໄດ້ຮັບການປົດປ່ອຍ ຕະຫຼອດເຖິງໄລຍະສ້າງສາພັດທະນາປະເທດຊາດທີ່ຍາດມາໄດ້ໃນໄລຍະຜ່ານມາ.ທ້າຍນີ້ ຂໍອວຍພອນໄຊໃຫ້ຄະນະພັກ-ຄະນະນໍາຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ອັນມີກຽດຂອງບັນດາທ່ານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້.

ພັອ ນາງ ວິໄລທອງ ມັງໝໍ່ເມກ ໄດ້ກ່າວສະແດງຄວາມຂອບໃຈທັງສອງພາກສ່ວນທີ່ໄດ້ມາອວຍພອນໃນຄັ້ງນີ້ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ; ພ້ອມນີ້ ກໍຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກໍາລັງ ປກສ  ແລະ ກອງທັບ ເວົ້າສະເພາະແມ່ນຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ກັບຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ແລະ ຫ້ອງການ ກອງບັນຊາການທະຫານອາ ກາດ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ພາບ-ຂ່າວ: ຄຳໂຖ ວັນນະລາດ