ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຊຸກຍູ້ຊິ້ນຳວຽກງານຢູ່ກອງ ບັນຊາການ ປກສ ນະຄອນໄກສອນພົມ ວິຫານ ໃນວັນທີ 8 ເມສາ 2021 ທີ່ຜ່ານມາ; ເຂົ້າຮ່ວມມີ ພັທ ຄຳສີ ທູນທະວົງສັກ ຫົວໜ້າ ປກສ ນະຄອນໄກສອນພົມ ວິຫານ ພ້ອມດ້ວຍຄະນະ, ມີຄະນະພະແນກ, ປກສ ກຸ່ມບ້ານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ຄຳສີ ທູນທະວົງສັກ ໄດ້ຂຶ້ນ ລາຍງານສະພາບຈຸດພິເສດຂອງນະຄອນໄກສອນພົມວິຫານ ແມ່ນໜຶ່ງໃນ 14 ເມືອງ ຂອງແຂວງສະຫວັນນະເຂດ ໄດ້ຮັບການສ້າງຕັ້ງຈາກເມືອງ ເປັນນະຄອນ ໃນວັນທີ 25 ພຶດສະພາ 2018; ເປັນນະຄອນໃຫຍ່ຂອງແຂວງ ເປັນຈຸດໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດ ທະນະທຳ-ສັງຄົມ, ມີ 67 ບ້ານ, 13 ກຸ່ມ; 21.725 ຄອບຄົວ, 23.474 ຫຼັງ ຄາເຮືອນ, ພົນລະເມືອງທັງໝົດ 133.221 ຄົນ ຍິງ 67.773 ຄົນ, ມີ 21,725 ຄອບຄົວ; ມີ 23.474 ຫຼັງຄາເຮືອນ ໃນໄລຍະ 3 ເດືອນຜ່ານມາ ມີຄະດີອາຍາ ເກີີດຂຶ້ນທັງໝົດ 35 ເລື່ອງ ກັກຕົວຜູ້ ຖືກຫາ 41 ຄົນ ຍິງ 8 ຄົນ; ສາມາດນຳເກັບກູ້ເຄື່ອງຂອງກາງໄດ້ລົດຈັກ ຈຳນວນ 15 ຄັນ ໂທລະສັບມື້ຖື 3 ໜ່ວຍ ຄອມພິິວເຕີ້ໂນດບຸກ 1 ໜ່ວຍ ໂທລະພາບ 1 ໜ່ວຍ ພຣະພຸດທະຮູບ ຈຳນວນ 9 ອົງ; ແກ້ໄຂປະກົດການຫຍໍ້ທໍ້ຮ້ານເກມ ອອນລາຍ (ເກັມເຊີ້) ຈຳນວນ 58 ເທື່ອ ຮ້ານ ສາມາດຢຶດອຸປະກອນເຂົ້າໃນການກະທຳຜິດທັງໝົດມີ ຄອມພິວເຕີ້ຕັ້ງໂຕະ ຈຳນວນ 32 ຊຸດ ຄອມພິວເຕີ້ໂນດບຸກ 1 ໜ່ວຍ ເຄື່ອງປິ້ນເຈ້ຍເຊີ້ 6 ໜວ່ຍ ບັດເຕີມເຊີ້ 131 ໃບ ແລະ ບັນຫາການຂາຍຫວຍເຖື່ອນແມ່ນໄດ້ແກ້ໄຂ ໄດ້ ຈຳນວນ 5 ແມ່; ສາມາດຢຶດອຸປະກອນການນຳໄຊ້ເຂົ້າໃນການກະທຳຜິດມີຫົວຂັ້ວເລກ 24 ຫົວ ແລະ ສະຫຼາກກິນແບ່ງລັດຖະບານຕ່າງປະເທດເພື່ອນບ້ານ ຈຳນວນ 1.262 ໃບ.

ຄະດີຢາເສບຕິດເກີດຂຶ້ນທັງໝົດ 29 ລາຍ ກັກຕົວຜູ້ຖືກຫາ 41 ຄົນ ຍິງ 3 ຄົນ (ມົ້ວສຸມ 20 ຄົນ ຍິງ 3 ຄົນ) ຂອງກາງຢາເສບຕິດ ຈຳນວນ 2 ມັດ ແລະ 6,702 ເມັດ; ຢາໄອສ໌ຈຳນວນ 60 ແລະ ຢາເຄ 6 ຖົງນ້ອຍ, ອຸບັດຕິເຫດເກີດຂຶ້ນທັງໝົດ 69 ເລື່ອງ; ກັກຕົວຜູ້ຖືກຫາ 5 ຄົນ ພາຫະນະເປ່ເພທັງໝົດ 101 ຄັນ ເປ່ເພເລັກໜ້ອຍ 44 ຄັນ ເປ້ເພສົມຄວນ 57 ຄັນ ຄົນໄດ້ຮັບບາດ ເຈັບທັງໝົດ 92 ຄົນ ຍິງ 25 ຄົນ; ບາດເຈັບເລັກໜ້ອຍ 49 ຄົນ ຍິງ 16 ຄົນ; ບາດເຈັບສົມຄວນ 25 ຄົນ ຍິງ 9 ຄົນ ບາດເຈັບສາຫັດ 9 ຄົນ, ຄົນເສຍຊິວິດ 5 ຄົນ, ນອກນັ້ນຍັງໄດ້ສ້າງຄອບຄົວບ້ານ ປອດຢາເສບຕິດໄດ້ສຳເລັດ 13 ກຸ່ມບ້ານ ມີ 67 ບ້ານ, ສຳເລັດ 100%.

ໂອກາດດັ່ງກ່າວນີ້, ເຈົ້ານະຄອນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ທີ່ຍາດມາ ໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໃຫ້ສືບຕໍ່ວຽກງານນຳພາການເມືອງ-ແນວ ຄິດ ເພີ່ມທະວີຄວາມສາມັກຄີ, ເອົາໃຈ ໃສ່ແກ້ໄຂຂໍ້ຄົງຄ້າງ, ສຸມໃສ່ປະຕິບັດໜ້າທີ່ການເມືອງທີ່ີໄດ້ຮັບມອບໝາຍ; ສະກັດກັ້ນ-ຕ້ານ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ໃນສັງຄົມ ໃຫ້ມີຄວາມສະຫງົບ ປອດໄພ ເປັນລະບຽບຮຽບຮ້ອຍດີຂຶ້ນ ເປັນກ້າວໆ.