ໃນວັນທີ 20 ເມສາ 2021, ຄະນະສະເພາະກິດຄວບຄຸມການລະບາດຂອງພະຍາດໂຄວິດ-19 ຖະແຫຼງສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວເຮົາ ແມ່ນກວດພົບຜູ້ຕິດເຊື້ອເພີ່ມ 2 ຄົນ, ແຕ່ສິ່ງທີ່ເຮັດໃຫ້ຫຼາຍພາກສ່ວນເປັນຫ່ວງຫຼາຍກໍຄື ໜຶ່ງໃນຜູ້ຕິດເຊື້ອໄປເລາະຫຼາຍສະຖານທີ່, ພົບປະຜູ້ຄົນຈຳນວນຫຼາຍ ແລະ ຫວັ່ນແພ່ເຊື້ອເປັນວົງກວ້າງ.

ນັບແຕ່ມີການກວດພົບເຊື້ອພະຍາດໂຄວິດ-19, ມາຮອດປັດຈຸບັນ ລາວເຮົາກວດພົບຜູ້ຕິດເຊື້ອສະສົມ ຈຳນວນ 60 ຄົນ, ເຊິ່ງໃນມື້ນີ້ມີການຖະແຫຼງຈາກຄະນະສະເພາະກິດ ຢືນຢັນວ່າ: ກວດພົບຜູ້ຕິດເຊື້ອເພີ່ມ 2 ຄົນ ຄື ກໍລະນີທີ 59 ແລະ ກໍລະນີທີ 60 ພ້ອມເປີດປະຫວັດການເຄື່ອນໄຫວຂອງທັງສອງຄົນ.

+ ປະຫວັດການເຄື່ອນໄຫວຂອງກໍລະນີທີ 59:

ເພດຍິງ ອາຍຸ 25 ປີ, ສັນຊາດລາວ, ອາຊີບນັກສຶກສາ, ຢູ່​ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ວັນທີ 6 ເມສາ 2021: ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ໂຮງແຮມສາຍແພໄໝ 2 ແຂວງສະຫວັນນະເຂດ ແລ້ວໄດ້ມາພົບເອື້ອຍຮັກຂອງຜູ້ກ່ຽວ, ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຊື່ຮ້ານ) ຢູ່ແຂວງສະຫວັນນະເຂດ, ເວລາ 20:30 ໂມງ ຈຶ່ງໄດ້ຂຶ້ນລົດຈາກຄິວລົດ ແຂວງສະຫວັນນະເຂດ ຂຶ້ນມາ ນະຄອນຫຼວງວຽງຈັນ.

ວັນທີ 7 ເມສາ 2021:​ ເວລາ 5:40 ໂມງເຊົ້າ ເດີນທາງມາຮອດນະຄອນຫຼວງວຽງຈັນ, ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ, ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ.

ວັນທີ 8 ເມສາ 2021: ຜູ້ກ່ຽວໄດ້ໄປຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ວັນທີ 9 ເມສາ 2021: ຕອນແລງ, ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮງດັ່ງກ່າວ ໄປວັດສີເມືອງ, ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ. ຫຼັງຈາກນັ້ນ, ຜູ້ກ່ຽວເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College. ຕອນຄໍ່າ, ມາຮັບທັງ 3​ ຄົນຢູ່ໂຮງແຮມ ມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ.

ວັນທີ 11 ເມສາ 2021: ຕອນຄ່ຳ, ຜູ້ກ່ຽວໄດ້ຮັບຂ່າວວ່າ ທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118.

ວັນທີ 12 ເມສາ​ 2021: ຕອນບ່າຍ, ຜູ້ກ່ຽວພາທັງ 3 ຄົນ ໄປຮ້ານນວດ 111 ຢູ່ບ້ານໜອງບອນ,​ ພາຍຫຼັງນວດແລ້ວໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ. ຕອນຄ່ຳ, ຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກ ຢູ່ທົ່ງຂັນຄຳ ຕໍ່ໜ້າສະຖານີດັບເພີງ ເມືອງຈັນທະບູລີ.

ວັນທີ 13​ ເມສາ 2021​: ໝູ່ເອື້ອຍຮັກທັງ 2​ ຄົນ ມີໄຂ້ ແລະ ເມື່ອຍ ບໍ່ໄດ້ພົບກັບຜູ້ກ່ຽວ.

ວັນທີ 14-15 ເມສາ 2021: ຜູ້ກ່ຽວຮູ້ສຶກເມື່ອຍ.

ວັນທີ 16-17 ເມສາ 2021: ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ), ໄດ້ຂີ່ລົດກັບບ້ານໝາກນາວ ມາຂຶ້ນເຮືອໄປທ່າບໍ່ ແຂວງໜອງຄາຍ ປະເທດໄທ.

ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ຮັບໂທລະສັບວ່າ: ທັງ 3 ຄົນ ຕິດເຊື້ອ COVID-19 ແລະ ໜຶ່ງໃນໝູ່ເອື້ອຍຮັກມີອາການໜັກ. ຜູ້ກ່ຽວໄດ້ເດີນທາງໄປກວດຢູ່ໂຮງໝໍ ລາວ-ຫວຽດ ດ້ວຍອາການໄຂ້, ເມື່ອຍ, ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການກໍດີຂຶ້ນ.

ວັນທີ 19 ເມສາ 2021: ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ) ແຕ່ຜູ້ກ່ຽວຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ, ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ; ເຊິ່ງຜົນກວດວິເຄາະ ແມ່ນພົບເຊື້ອ COVID-19, ປັດຈຸບັນ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 19 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ, ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

+ ສຳລັບປະຫວັດການເຄື່ອນໄຫວຂອງກໍລະນີທີ 60 ມີດັ່ງນີ້:

ເພດຍິງ, ອາຍຸ 28 ປີ, ສັນຊາດລາວ, ອາຊີບແມ່ເຮືອນ, ປັດຈຸບັນຢູ່ບ້ານນາຊອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ວັນທີ 7 ເມສາ 2021: ເສີມດັງຢູ່ກຸງເທບ ປະເທດໄທ.

ວັນທີ 8-9 ເມສາ 2021: ບໍ່ໄດ້ເດີນທາງໄປໃສ.

ວັນທີ 10 ເມສາ 2021: ມີໄຂ້, ເຈັບຄໍ, ໄອ ແລະ ຖ່າຍແຫຼວເປັນມູກ.

ວັນທີ 11-17 ເມສາ​ 2021: ບໍ່ໄດ້ເດີນທາງໄປໃສ.

ວັນທີ 18 ເມສາ 2021​: ຂຶ້ນລົດແທັກຊີຈາກກຸງເທບ ມາຮອດ ໜອງຄາຍ, ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ.

ວັນທີ 19 ເມສາ 2021: ຂ້າມເຮືອນ້ອຍມາຮອດຝັ່ງລາວ ຢູ່ເຂດເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີລົດຮູນໃດມາຮັບເອົາຜູ້ກ່ຽວ, ຜູ້ກ່ຽວແວ່ໄປຫາໝູ່ຢູ່ເຂດຊ້າງສາມຫົວ; ຈາກນັ້ນ, ໄດ້ຈ້າງລົດຕຸກໆໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາ COVID-19, ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ. ເມື່ອມາຮອດໂຮງໝໍມິດຕະພາບ ໄດ້ຖືກເກັບຕົວຢ່າງກວດ.

ວັນທີ 20 ເມສາ 2021: ຜົນກວດວິເຄາະພົບເຊື້ອ COVID-19; ປັດຈຸບັນ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 4 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ, ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ຈາກສະພາບການການຕິດເຊື້ອໂຄວິດ-19 ດັ່ງກ່າວ, ຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໃຫ້ເປັນເຈົ້າການປະຕິບັດຕາມມາດຕະການທີ່ຂັ້ນເທິງວາງອອກ ເພື່ອພ້ອມກັນປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ, ພ້ອມທັງຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ໃຫ້ເອົາໃຈໃສ່ເຝົ້າລະວັງ, ກວດກາຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່ ຈົ່ງຮີບຮ້ອນນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.