ມອບ-ຮັບ ຫ້ອງການກົມໃຫຍ່ພະລາທິການ ປກສ ຫຼັງໃໝ່

0
1009

ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງການກົມໃຫຍ່ພະລາທິການ ຫຼັງໃໝ່ ລະຫວ່າງ ກຸ່ມບໍລິສັດ 3S ພັດທະນາ ແລະ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດໃນວັນທີ 13 ເມສາ 2021,ໂດຍການເປັນກຽດເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກຄະນະນຳ, ປະທານບໍລິສັດ 3S ພັດທະນາ, ຫົວໜ້າກົມກອງອ້ອມຂ້າງກະຊວງ ແລະແຂກຖືກເຊີນເຂົ້າຮ່ວມ.

ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ກ່າວວ່າ:ໂຄງການກໍ່ສ້າງຫ້ອງການກົມໃຫຍ່ພະລາທິການຫຼັງໃໝ່ ແມ່ນໄດ້ລິເລີ່ມຈາກຫຼາຍປັດໄຈທີ່ເອື້ອຍອຳນວຍ ແລະ ເງື່ອນໄຂທີ່ເໝາະສົມ ເພື່ອສືບຕໍ່ປະຕິບັດຍຸດທະສາດພັດທະນາກໍາລັງບ້ອງກັນຄວາມສະຫງົບ, ໂດຍອີງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ແລະ ຍ້ອນອາຄານຂອງຫ້ອງການກົມໃຫຍ່ພະລາທິການຫຼັງເກົ່າ ມີອາຍຸການໃຊ້ງານຫຼາຍປີແລ້ວ, ອາ ຄານຊຸດໂຊມເປ່ເພ,ຫ້ອງການຊັບແຄບແອອັດ,ບໍ່ສາມາດຮອງຮັບກໍາລັງພະລາທິການ ທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວໄດ້,ຈິ່ງມີຄວາມຈຳ ເປັນຕ້ອງໄດ້ປູກສ້າງອາຄານຫ້ອງການກົມໃຫຍ່ພະລາທິການ ຫຼັງທີ 2 ເພື່ອຮັບປະກັນໃຫ້ແກ່ການຕອບສະໜອງຫ້ອງການເຮັດວຽກໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະໃນສະພາບການໃໝ່.

ໃນການກໍ່ສ້າງໂຄງການດັ່ງກ່າວ ໄດ້ປະຕິບັດ 2 ໄລຍະ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 7 ມີນາ 2018 ກໍ່ສ້າງສຳເລັດໃນວັນທີ 7 ເມສາ 2021 ໂດຍແມ່ນບໍລິສັດ 3S ພັດທະນາ ເປັນຜູ້ຮັບເໝົາກໍ່ສ້າງສືບຕໍ່ຈາກບໍລິສັດສາວນາງ. ອາຄານຫຼັງດັ່ງກ່າວນີ້, ມີຄວາມຍາວທັງໝົດ 62 ແມັດ, ສູງ 22 ເມັດ ມີ 6 ຊັ້ນລວມທັງຊັ້ນຈອດລົດໃຕ້ດິນ, ມີຂະຫນາດ18×64 ແມັດ ເປັນຕຶກອະນິປະສົງປະກອບມີຫ້ອງການກົມໃຫຍ່,ບັນດາກົມນ້ອຍຂຶ້ນກັບກົມໃຫຍ່ ແລະ ຫ້ອງການວິຊາສະເພາະ, ຜ່ານການກວດກາຕົວຈິງຂອງຄະນະຮັບຜິດຊອບ ເຫັນໄດ້ວ່າບັນດາໜ້າວຽກຕ່າງໆແມ່ນສຳເລັດ 100% ຕາມສັນຍາຖືກຕ້ອງຕາມເຕັກນິກວິຊາການກໍ່ສ້າງເຄຫາສະຖານ ແລະ ມີຄຸນນະພາບດີ ກໍ່ສ້າງສຳເລັດຕາມກຳນົກເວລາ.

ໂອກາດນີ້, ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໂຄງການດັ່ງກ່າວ ,ໂດຍ ພົຕ ໜູດີ ມີໄຊຍະລາດ ຫົວໜ້າາກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ພອນປະເສີດ ອິນທະສອນ ປະທານ ບໍລິສັດ 3S ພັດທະນາຈຳກັດ, ໂດຍມີການນຳກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມເປັນສັກຂີພະຍານ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ