ຄະນະກົມໃຫຍ່ການເມືອງ ຮັບການອວຍພອນຈາກບັນດາກົມກອງອ້ອມຂ້າງ

0
1200

ວັນທີ 12 ເມສາ ຜ່ານມາ, ຄະນະກົມ 16 ກົມກອງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ເຂົ້າອວຍພອນ ຄະນະກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ, ໃຫ້ການຕ້ອນຮັັບມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫົງບ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ.

ການເຂົ້າອວຍພອນ ຄັ້ງນີ້ມີ: ຄະນະຫ້ອງການເມືອງ,ຫ້ອງການ, ກົມພັກ, ກົມກໍ່ສ້າງກຳລັງ, ກົມປ້ອງກັນກຳລັງ ,ກົມສື່ມວນຊົນ, ກົມນະໂຍບາຍ,ກົມຈັດຕັ້ງພະນັກງານ, ກົມໂຄສະນາອົບຮົມ, ກົມກິລາ, ກົມປະກັນສັງຄົມ, ຫ້ອງກຳມະບານ, ຫ້ອງຊາວໜຸ່ມ, ຫ້ອງແມ່ຍິງ,ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ ແລະ ໂຮງຮຽນວັດທະນະທຳຫຼັກ 67. ໃນໂອກາດນີ້, ຕາງໜ້າແຕ່ລະກົມກອງໄດ້ອວຍພອນ ໃຫ້ຄະນະກົມໃຫຍ່ຈົ່ງມີສຸຂະ ພາບ ເຂັ້ມແຂງ, ສືບຕໍ່ຊີ້ນຳ-ນຳພາກຳ ລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກົມໃຫຍ່ການເມືອງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.

ພ້ອມດຽວກັນນີ້, ພົຕ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນ ງານຜົນສຳເລັດທີ່ບັນດາກົມກອງປະຕິບັດໃນໄລຍະຜ່ານມາ, ໂດຍສະເພາະ ກໍແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີທີ່ຜ່ານພົ້ນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ເນື່ອງໃນໂອກາດປີໃໝ່ລາວ ທ່ານກໍໄດ້ອວຍພອນໃຫ້ບັນດາຄະນະກົມກອງອ້ອມຂ້າງກົມໃຫຍ່ການເມືອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍໃຫ້ປະສົບຜົນສຳເລັດ, ພ້ອມທັງໃຫ້ທິດຊີ້ ນຳໃນການສະເຫຼີມສະຫຼອງປີໃໝ່ໃຫ້ຢູ່ບົນພື້ນຖານປະຫຍັດມັດຖະຍັດ ຕິດພັນກັບການສະກັດກັ້ນທຸກປະກົດການຫຍໍ້ທໍ້ ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ