ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳໄຕມາດ I ປີ 2021 ຂອງຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນເມື່ອບໍ່ດົນມານີ້; ເຂົ້າຮ່ວມໂດຍ ພັອ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີ ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງຕຳ ຫຼວດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ .

ໃນຮ່າງບົດສະຫຼຸບ 3 ເດືອນ ປະ ຈໍາໄຕມາດ I ແລະ ທິດທາງແຜນການ ໄຕມາດ II ປີ 2021; ໄດ້ຍົກໃຫ້ເຫັນ ດ້ານດີ, ຜົນງານ ແລະ ດ້ານອ່ອນ, ຂໍ້ຄົງ ຄ້າງໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດ ໜ້າທີ່ວຽກງານ; ໂດຍໃນ 3 ເດືອນຜ່ານມາເຖິງແມ່ນວ່າບັນຫາອາຊະຍາກຳປະ ເພດຕ່າງໆຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງກໍຕາມ ແຕ່ດ້ວຍຄວາມພະຍາຍາມສູ້ຊົນ; ບຸກບືນຂອງຄະນະພັກ-ຄະນະບັນຊາ ນາຍ ແລະ ພົນຕຳຫຼວດ ພາຍໃນກົມ ກອງສາມັກຄີກັນແລະມີຄວາມເປັນເອກະພາບສູງ ຈຶ່ງສາມາດເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍຕາມພາລະບົດບາດ; ສິດ ແລະ ໜ້າທີ່ຂອງຕົນ ສະແດງອອກ 3 ເດືອນຜ່ານມາ ສາມາດມ້າງລາຍຄະດີຢາເສບຕິດໃນທົ່ວແຂວງ ໄດ້ 31 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 35 ຄົນ ຍິງ 2 ຄົນ; ທຽບໃສ່ 3 ເດືອນທ້າຍປີ 2020 ຫຼຸດລົງ 57 ເລື່ອງ, ຢຶດຂອງກາງຢາບ້າ 14.882 ເມັດ, ຝີ່ນ 467,2 ກິໂລກຼາມ, ລົດໃຫຍ່ 1 ຄົນ, ລົດຈັກ 4 ຄັນ, ໂທລະສັບມືຖື 22 ເຄື່ອງ; ເງິນກີບ 182.395.000 ກີບ, ເງິນບາດ 14.410 ບາດ, ມ້າງຄະ ດີອາຍາ ໄດ້ 14 ເລື່ອງ, ກັກຕົວຜູ້ຖືກຫາ 20 ຄົນ ຍິງ 1 ຄົນ.

ທຽບໃສ່ 3 ເດືອນທ້າຍປີ 2020 ຫຼຸດລົງ 13 ເລື່ອງ; ອຸບັດຕິເຫດເກີດຂຶ້ນ 102 ຄັ້ງ, ຄົນໄດ້ຮັບ ບາດເຈັບ 123 ຄົນ, ເສຍຊີວິດ 18 ຄົນ, ພາຫະນະເປ່ເພ 177 ຄົນ, ມູນຄ່າເສຍ ຫາຍ 2.419 ລ້ານກວ່າກີບ; ໄດ້ລົງໂຄສະນາຢູ່ບັນດາໝວດໂຮງຮຽນ ໄດ້ 5 ແຫ່ງ ມີຜູ້ເຂົ້າຮ່ວມ 2.497 ຄົນ ຍິງ 1.243 ຄົນ ສົມທົບພາກສ່ວນກ່ຽວຂ້ອງລົງເຄື່ອນໄຫວອອກກວດກາລາດ ຕະເວນ ແກ້ໄຂບຸກຄົນລ່າສັດນໍ້າ- ສັດປ່າ; ຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍໄມ້ບໍ່ຖືກ ຕ້ອງໄດ້ທັງໝົດ 31 ຄັ້ງ, ມີ 59 ເທື່ອ ຄົນ; ໄດ້ນຳສົ່ງຜູ່ບຳບັດຢາເສບຕິດຄືນສູ່ຄອບຄົວ ແລະ ສັງຄົມ ໄດ້ 55 ຄົນ ຍິງ 1 ຄົນ, ຈາກຜົນງານດັ່ງກ່າວນັ້ນ; ໄດ້ປະກອບສ່ວນເຮັດໃຫ້ ແຂວງໄຊຍະບູລີ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ.

ພັອ ສົມເພັດ ປັນແກ້ວ ໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຄົ້ນຄວ້າເຊື່ອມຊຶມກຳແໜ້ນບັນດາໜ້າ ວຽກຕົວຈິງ, ກຳນົດອອກ-ສ້າງເປັນແຜນການອັນລະອຽດຈັດຕັ້ງເຊື່ອມຊຶ້ມໃຫ້ ບັນດາສະຫາຍທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນໃຫ້ທົ່ວເຖິງຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວຄິດເປັນ ກົກ, ຫັນເອົາຄາດໝາຍ ແລະ ແຜນການ ດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.