ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແພ່ລະບາດພະຍາດໂຄວິດ 19 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງປິດເສັ້ນທາງການເຂົ້າອອກ-ເມືອງ ເວົ້າລວມ, ເວົ້າສະເພາະແມ່ນຊາຍແດນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ທີ່ເປັນຈຸດສໍາຄັນທີ່ສຸດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ເປັນການປ້ອງກັນບໍ່ໃຫ້ບຸກຄົນທີ່ມີຄວາມສ່ຽງ ຫຼື ອາດຈະມີເຊື້ອ ນຳເອົາພະຍາດດັ່ງກ່າວລະບາດເຂົ້າຢູ່ພາຍໃນເມືອງ.

ທ່ານ ອຸ່ນຫຼ້າ ສີຫາພົນ ຄະນະກໍາມະການພັກເມືອງ ເລຂາພັກຮາກຖານກຸ່ມຫາດກ້ຽງ ໃຫ້ສໍາພາດວ່າ:

ພາຍຫຼັງມີການແພ່ລະບາດຂອງພະຍາດໂຄວິດ, ຄະນະສະເພາະກິດ ໄດ້ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກຳລັງປ້ອງກັນຊາດ, ກຳລັງຕໍາຫຼວດຈະລາຈອນ, ກຳລັງ ປກສ ກຸ່ມບ້ານ ແລະ ກຳລັງ ປກສ ບ້ານ ເພື່ອແນະນຳໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ໃຫ້ໄປຕາມເສັ້ນທາງທີ່ຄະນະສະເພາະກິດກຳນົດໄວ້.

ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າ: ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ໃຫ້ການຮ່ວມມືເປັນຢ່າງດີ ແລະ ຍັງມີການປະກອບສ່ວນວັດຖຸປັດໃຈຈາກພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍອີກດ້ວຍ. ຄຽງຄູ່ກັນນັ້ນ, ຍັງມີພາກສ່ວນໜຶ່ງທີ່ຍັງຝືນຕໍ່ກົດລະບຽບ ເຊິ່ງຕໍ່ກັບບັນຫາດັ່ງກ່າວ ທາງຄະນະສະເພາະກິດ ກໍໄດ້ສຶກສາອົບຮົມ ແລະ ອະທິບາຍຕື່ມກ່ຽວກັບຜົນຮ້າຍຂອງເຊື້ອພະຍາດດັ່ງກ່າວ ເຮັດໃຫ້ພໍ່ແມ່ປະຊາຊົນຈໍານວນດັ່ງກ່າວຮັບຮູ້ ແລະ ເຂົ້າໃຈນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.