ຈຸດກວດກາກຸ່ມ 2 ບ້ານໂຄກແຮ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຕັ້ງຈຸດກວດຢູ່ປາກສັງ ບ້ານທ່ານາສາ ເມືອງສັງທອງ ເພື່ອກວດກາການສັນຈອນ ແລະ ບຸກຄົນເຂົ້າ-ອອກ ທີ່ຈະຜ່ານເຂົ້ານະຄອນຫຼວງວຽງຈັນຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືເປັນການປ້ອງກັນບໍ່ໃຫ້ບຸກຄົນທີ່ມີຄວາມສ່ຽງ ຫຼື ອາດຈະມີເຊື້ອ ນຳເອົາພະຍາດດັ່ງກ່າວລະບາດເຂົ້າຢູ່ພາຍໃນເມືອງ.

ພັທ ແຫຼມທອງ ເບົ້າແກ້ວ ຫົວໜ້າ ປກສ ກຸ່ມ 2 ບ້ານໂຄກແຮ່ ພ້ອມດ້ວຍກຳລັງທະຫານເມືອງ, ທະຫານກອງພັນ 511 ແລະ ກຳລັງຈະລະຈອນ ເມືອງສັງທອງ ໄດ້ຕັ້ງຈຸດກວດກາການສັນຈອນ ແລະ ບຸກຄົນເຂົ້າ-ອອກ ທີ່ຈະຜ່ານເຂົ້ານະຄອນຫຼວງວຽງຈັນ ຢູ່ຈຸດປາກສັງ ຢ່າງເຂັ້ມງວດ, ພາຍຫຼັງທີ່ໄດ້ຮັບແຈ້ງການຂອງ ທ່ານນາຍົກລັດຖະມົນຕີ ຄຳສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.

ເຊິ່ງຈຸດດັ່ງກ່າວ ເປັນຈຸດເຂົ້າເມືອງສັງທອງ ທີ່ຈະຜ່ານເຂົ້ານະຄອນຫຼວງວຽງຈັນ ໂດຍໄດ້ມີການກວດກາລົດທຸກປະເພດ ຄື: ລົດສິນຄ້າ, ລົດບຸກຄົນ ທີ່ຜ່ານມາຈາກແຂວງວຽງຈັນ ເດີ່ນທາງເຂົ້າ ນວ ເປັນຕົ້ນແມ່ນ: ກວດກາເອກະສານ ຫຼື ໃບຢັ້ງຢືນຈາກແພດ ພ້ອມທັງແນະນຳບໍ່ໃຫ້ແວ່ສະຖານທີ່ໃດໆ. ນອກນີ້, ຖ້າຫາກມີການໄປ-ມາຫາສູ່ບ້ານຕໍ່ບ້ານ ຖ້າຫາກບໍ່ມີຄວາມຈຳເປັນແມ່ນບໍ່ໃຫ້ຜ່ານ.

ພ້ອມທັງໄດ້ສຶກສາອົບຮົມ ໂດຍສະເພາະແມ່ນລົດໂດຍສານ ແມ່ນບໍ່ສາມາດແລ່ນເຂົ້າໃນ ນວ ໄດ້, ເຊິ່ງຈະນຸຍາດໃຫ້ສະເພາະກໍລະນີທີ່ມີຄວາມຈຳເປັນເທົ່ານັ້ນ. ນອກນັ້ນ, ຍັງໄດ້ມີການສຶກສາອົບຮົມພໍ່-ແມ່ປະຊາຊົນ ທີ່ເດີ່ນທາງເຂົ້າ-ອອກບ້ານໃຫ້ໃສ່ຜ້າປິດປາກ ພ້ອມທັງແນະນຳໃຫ້ຢູ່ບ້ານ ບໍ່ໃຫ້ມີການເດີນທາງອອກນອກບ້ານ ຫຼື ເມືອງ ຖ້າຫາກບໍ່ມີຄວາມຈຳເປັນ.