ບ້ານໂຄກແຮ່ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຕິດຕາມ, ກວດກາການນຳໃຊ້ເຮືອຂອງປະຊາຊົນ ລຽບຕາມລໍ້າແມ່ນໍ້າຂອງ ໂດຍສະເພາະແມ່ນການນໍາໃຊ້ເຮືອໄປທໍາການຜະລິດ.

ທ່ານ ເຄນ ເພັດສະຫວ່າງ ນາຍບ້ານໂຄກແຮ່ ກ່າວວ່າ:

ບ້ານໂຄກແຮ່ ໄດ້ເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມງວດ ໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັນ, ຄວມຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.

ເຊິ່ງທາງບ້ານໂຄກແຮ່ ໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 22 ເມສາ 2021 ເປັນຕົ້ນມາ, ໂດຍໄດ້ມີການແບ່ງຈຸປະຈຳການເວນຍາມຕະຫຼອດ 24 ຊົ່ວໂມງ ລຽບຕາມທ່າ, ດ່ານປະເພດນີບ້ານໂຄກແຮ່ ແລະ ຈຸດເຊື່ອມຕໍ່ປະເທດໄທ ກົງກັນຂ້າມກັບບ້ານມ່ວງ ອຳເພີສັງຄົມ ຈັງຫວັດໜອງຄາຍ; ເຊິ່ງອໍານາດການປົກຄອງ, ປກຊ-ປກສ ບ້ານ ໄດ້ມີການຕິດຕາມກວດກາເຕົ້າໂຮມເຮືອທຽບທ່າຂອງພໍ່-ແມ່ປະຊາຊົນ ທີ່ເຂົ້າ-ອອກເລີ່ມແຕ່ 6:00 ໂມງ ຫາ 18:00 ໂມງ ເພື່ອກວດກາພໍ່-ແມ່ປະຊາຊົນທີ່ອອກໄປຮົ້ວໄປສວນ ເພື່ອທຳການຜະລິດຢູ່ທີ່ດອນຄໍ້, ຖ້າຫາກເກີດມີກໍລະນີ້ທີ່ໄປແລ້ວບໍ່ກັບ ແມ່ນທາງກຳລັງ ປກຊ-ປກສ ຈະໄດ້ຕິດຕາມຢ່າງເຂັ້ມງວດ ພ້ອມທັງສຶກສາອົບຮົມກ່າວເຕື່ອນ.

ນອກນີ້, ການຫາປາໃນບໍລິເວນແມ່ນ້ຳຂອງ ແມ່ນໄດ້ສະກັດກັ້ນບໍ່ໃຫ້ມີການເຄື່ອນໄຫວເດັດຂາດ. ທັງນີ້, ກໍເພື່ອຫຼີກລ່ຽງຄົນທີ່ບໍ່ດີລັກລອບເຂົ້າມາພາຍໃນເມືອງສັງທອງ.

ປັດຈຸບັນ, ຜ່ານການຕິດຕາມກວດກາເຮືອເຂົ້າ-ອອກທຽບທ່າ ມີທັງໝົດ 50 ລຳ, ຖ້າເຮືອລຳໃດມີການລະເມີດຄັ້ງທຳອິດ ແມ່ນຈະໄດ້ສຶກສາອົບຮົມ, ຄັ້ງທີ 2 ແມ່ນປັບໄໜ 1 ລ້ານກີບ ແລະ ຄັ້ງທີ 3 ແມ່ນປັບໄໜ 2 ລ້ານກີບ ພ້ອມທັງດຳເນີນຄະດີຕາມລະບຽບກົດໝາຍ.