ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແພ່ລະບາດພະຍາດໂຄວິດ-19, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກຳລັງ ປກຊ ແລະ ກຸ່ມບ້ານ ລົງກວດກາລາດຕະເວນລຽບຕາມແຄມແມ່ນໍ້າຂອງທີ່ເປັນຊາຍແດນ ເພື່ອສະກັດກັ້ນການລັກລອບເຂົ້າເມືອງແບບຜິດກົດໝາຍ ກໍຄືເປັນການປ້ອງກັນບໍ່ໃຫ້ບຸກຄົນທີ່ມີຄວາມສ່ຽງ ຫຼື ອາດຈະມີເຊື້ອ ນຳເອົາພະຍາດດັ່ງກ່າວລະບາດເຂົ້າຢູ່ພາຍໃນເມືອງ.

ພັທ ແສງທອງ ເກື້ອບຸນລໍ້າ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 26 ເມາສາ 2021 ວ່າ:

ພັທ ແສງທອງ ເກື້ອບຸນລໍ້າ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ

ໂດຍປະຕິບັດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາກຳລັງລົງກວດກາລາດຕະເວນຕາມລໍາແມ່ນໍ້າຂອງ ເຊິ່ງມີຄວາມຍາວທັງໝົດ 50 ກິໂລແມັດ, ມີ 7 ກຸ່ມ, ມີ 36 ບ້ານ ແລະ ອີກ 14 ບ້ານແມ່ນບໍ່ໄດ້ຕິດຊາຍແດນ.

ມາຮອດປັດຈຸບັນ, ໄດ້ຕັ້ງຈຸດກວດກາການຄັດກອງທົ່ວເມືອງຫາດຊາຍຟອງ ຕາມລໍາແມ່ນ້ຳຂອງ ແລະ ສາຍທາງຕ່າງໆ ມີທັງໝົດ 22 ຈຸດ. ໃນນີ້, ຈຸດກວດກາຄົນເຂົ້າ-ອອກເມືອງ 2 ຈຸດ, ຈຸດປ່ອງຂ້າມລອຍ 8 ຈຸດ ແລະ ຈຸດທະຫານຊາຍແດນ 8 ຈຸດ ພ້ອມທັງມີບັນດາຈຸດກວດຂອງບ້ານຕ່າງໆຢ່າງເຂັ້ມງວດ.

ໃນການກວດກາລາດຕະເວນຕາມແຄມນ້ຳຂອງ ແລະ ທາງນໍ້າ ແມ່ນໄດ້ໃຊ້ເຮືອລາດຕະເວນ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ໃນວັນທີ 21 ເມສາ ເປັນຕົ້ນມາ; ຜ່ານການປະຕິບັດວຽກງານ ສາມາດກວດພົບຜູ້ລະເມີດຊາຍແດນ ຜ່ານເຂົ້າມາແບບບໍ່ຖືກຕ້ອງຕາມໝາຍ ມີທັງໝົດ 3 ຄົນ ເຊິ່ງໄດ້ນໍາໄປກັກໂຕຢູ່ສູນຫຼັກ 27. ນອກນີ້, ສະເພາະການເກັບກູ້ເຮືອທົ່ວເມືອງຫາດຊາຍຟອງ ມີທັງໝົດ 728 ລໍາ ເຊິ່ງເຮືອດັ່ງກ່າວແມ່ນໄດ້ເກັບເຂົ້າແຄມທ່າແຕ່ລະຈຸດ.

ປັດຈຸບັດ, ເມືອງຫາດຊາຍຟອງ ຍັງໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 5 ຄົນ ພາຍໃນ 5 ບ້ານຄື: ບ້ານາສົມສະນຸກ, ບ້ານສົມຫວັງເໜືອ, ບ້ານຊຽງດາ, ບ້ານດອນດູ່ ແລະ ບ້ານໜອງໄຮ; ເຊິ່ງກໍໄດ້ມີການປິດບ້ານ ແລະ ກວດຄົນເຂົ້າ-ອອກຢ່າງລະອຽດ ເພື່ອສະກັດກັ້ນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໃນໂອກາດນີ້, ພັທ ແາສງທອງ ຍັງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງ ຕະຫຼອດພໍ່-ແມ່ປະຊາຊົນທົ່ວເມືອງ ຈົ່ງພ້ອມກັນເອົາໃຈໃສ່ການຄວບຄຸມ, ຕ້ານ, ສະກັດກັ້ນ, ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງແຂງແຮງ ແລະ ດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີເປັນເຈົ້າການໃນການຜັນຂະຫຍາຍບັນດາເນື້ອໃນກ່ຽວກັບມາດຕະການຕ່າງໆ ພ້ອມທັງເຂັ້ມງວດຕິດຕາມຄົນເຂົ້າ-ອອກພາຍໃນ ທີ່ລັກລອບເຂົ້າມາພັກເຊົາ ຢູ່ພາຍໃນເມືອງຂອງຕົນຢ່າງເຄັ່ງ ແລະ ຕໍ່ເນື່ອງ ໂດຍຮັບປະກັນໄດ້ຄວາມປອດໄພຂອງແຕ່ລະເມືອງຢ່າງໜັກແໜ້ນ.