ໃນວັນທີ 24 ເມສາ 2021, ພັທ ບົວລອຍ ໄຊຈະເລີນສຸກ ຫົວໜ້າການເມືອງ ທະຫານເມືອງສັງທອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ກຳລັງອ້າຍນ້ອງທະຫານຕຳຫຼວດ ທີ່ປະຕິບັດໜ້າທີ່ຢູ່ຈຸດຍາມດ່ານກວດກາຄົນເຂົ້າ-ອອກເມືອງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງສັງທອງຢ່າງເຂັ້ມງວດ.

ພັທ ບົວລອຍ ໄຊຈະເລີນສຸກ ກ່າວວ່າ:

ການລົງຢ້ຽມຢາມ ແລະ ຕິດຕາມກວດກາບັນດາດ່ານຄົນເຂົ້າ-ອອກເມືອງຄັ້ງນີ້ ມີຢູ່ 3 ຈຸດຄື: ຈຸດຍາມດ່ານເຕົາໄຫ, ດ່ານກວດຈຸດບ້ານປາກສັງ ແລະ ຈຸດບ້ານພັນນາ.

ພ້ອມນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກຳລັງ ປກຊ-ປກສ ທີ່ໄດ້ເອົາໃຈໃສ່ປະຕິບັໜ້າທີ່ຂອງຕົນ ຕາມຂັ້ນເທິງໄດ້ມອບໝາຍໃຫ້ ແລະ ຍັງໄດ້ເນັ້ນໜັກພະນັກງານ ທີ່ປະຈຳຢູ່ແຕ່ລະຈຸດດ່ານກວດກາມໃນເມືອງສັງທອງ ໃຫ້ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຄວບຄຸມມາດຕະການຢ່າງເຂັ້ມງວດ ຈົນກວ່າຈະມີຄໍາສັ່ງປ່ຽນແປງ.

ໂອກາດດັ່ງກ່າວ, ທ່ານຫົວໜ້າການເມືອງ ທະຫານເມືອງສັງທອງ ໄດ້ນຳເອົາເຂົ້າສານ ຈຳນວນ 150 ກິໂລກຣາມ ມູນຄ່າ 1.050.000 ກີບ ໂດຍມາຈາກທຶນຮອນຂອງກົມກອງ ມາມອບໃຫ້ອ້າຍນ້ອງທະຫານຕຳຫຼວດ ເພຶ່ອຊຸກຍູ້ການປ້ອງກັນຄັ້ງນີ້ໃຫ້ມີຄວາມຮັບປະກັນເປັນຢ່າງດີ.