ພິທີປະກາດຍົກຍ້າຍ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021 ເຊິ່ງເປັນປະທານ ແລະ ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ, ຄະນະກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ຄ້າຍພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.

ພັອ ຄອນສະຫວັນ ສົມພະໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 769-774/ປກສ ລົງວັນທີ 23 ເມສາ 2021 ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບ ກົມຕໍາຫຼວດຄຸມຂັງ-ດັດສ້າງ ເຊິ່ງໄດ້ຕົກລົງຍົກຍ້າຍດັ່ງນີ້:

  • ຍົກຍ້າຍ ລີຊວາ ໄຊຍະຊ່າງ ຈາກກົມຕໍາຫຼວດຄຸມຂັງ-ດັດສ້າງ ໄປຮັບໜ້າທີ່ໃໝ່ຢູ່ ກົມຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ຍົກຍ້າຍ ພັອ ຄໍາພອນ ແສງສາລີຈັນ ແລະ ພັອ ຄໍາຫຼ້າ ບົວພະຄຸນ ຈາກກົມໃຫຍ່ການເມືອງ ປກສ ໄປຮັບໜ້າທີ່ໃໝ່ເປັນ ຮອງກົມຕໍາຫຼວດຄຸມຂັງ-ດັດສ້າງ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນມໃຫ້ຮັກສາໄວ້ຄືເກົ່າ.

ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ກໍໄດ້ເນັ້ນໃຫ້ຜູ້ທີ່ຖືກຍົກຍ້າຍ ແລະ ຮັບໜ້າທີ່ໃໝ່ ຈົ່ງເຕົ້າໂຮມຄວາມສາມັກຄີກັນເປັນໝູ່ຄະນະ ໃນການປະຕິບັດໜ້າທີ່ວຽກງານວຽກງານວິຊາສະເພາະ. ຄະນະກົມ ຕ້ອງມີຄວາມເປັນເອກະພາບກັນໃນເວລາຕັດສິນບັນຫາ ຫຼື ວຽກສຳຄັນຕ່າງໆ, ຮູ້ປັບຕົວເຂົ້າຫາກັນ, ຮັບຟັງຄໍາຄິດເຫັນຂອງພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຢູ່ສະເໝີ ແລະ ທີ່ສຳຄັນຕ້ອງມີຄວາມສັດສື່ບໍລິສຸດຕໍ່ກັບຕົນເອງ, ການຈັດຕັ້ງ ແລະ ຕໍ່ພະນັກງານ-ນັກຮົບ; ນອກນັ້ນ, ຕ້ອງເປັນຜູ້ກ້າເຮັດ, ກ້າທຳ ແລະ ກ້າຮັບຜິດຊອບໃນໜ້າທີ່ວຽກງານ ເພື່ອແນໃສ່ເຮັດໃຫ້ວຽກງານຂອງກົມ ມີຜົນສຳເລັດເປັນກ້າວໆ.