ໃນວັນທີ 26 ເມສາ 2021, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະສະເພາະກິດ ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການແພ່ລະບາດເປັນວົງກວ້າງ ແລະ ເພື່ອເປັນບ່ອນອີງທາງດ້ານນິຕິກຳ ໃຫ້ບັນດາກົມ-ກອງອ້ອມຂ້າງກະຊວງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ.

ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ໃນກອງປະຊຸມດັ່ງກ່າວ, ເປັນປະທານໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຫົວໜ້າຄະນະຮັບຜິດຊອບສະເພາະກິດ ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19, ເຊິ່ງມີບັນດາຄະນະພັກກະຊວງ, ຮອງກົມໃຫຍ່, ຫົວໜ້າກົມ, ກອງວິທະຍາຄານ ແລະ ລັດວິສະຫະກິດ ເຂົ້າຮ່ວມ.

ໃນນີ້, ກອງປະຊຸມ ໄດ້ມີມະຕິຮັບຮອງເອົາຂໍ້ຕົກລົງ 3 ສະບັບ ດັ່ງນີ້:

  1. ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19
  2. ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງສິດປະຈຳການ ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໃນຊ່ວງໄລຍະການເພີ່ມທະວີການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 22 ເມສາ ຫາ 5 ພຶດສະພາ 2021
  3. ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງສິດປະຈຳການຂອງ ກະຊວງປ້ອງກັນຄວາມສະຫງົບ ໃນຊ່ວງໄລຍະການເພີ່ມທະວີການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນລະຫວ່າງວັນທີ 22 ເມສາ ຫາ 31 ພຶດສະພາ 2021

ພ້ອມນັ້ນ, ກໍຍັງໄດ້ຮັບຮອງເອົາແຈ້ງການອີກ 2 ສະບັບ ດັ່ງນີ້:

  1. ແຈ້ງການຂອງ ຫ້ອງວ່າການ ກະຊວງ ປກສ ເຖິງບັນດາກົມໃຫຍ່, ກົມກອງ, ກອງບັນຊາການ, ວິທະຍາຄານ ອ້ອມຂ້າງ ກະຊວງ ປກສ, ກອງບັນຊາການ ປກສ ນວ ແລະ ບັນດາກອງບັນຊາການ ປກສ ແຂວງ ທົ່ວປະເທດ ຈັດຕັ້ງຜັນຂະຫຍາຍຄຳສັ່ງ ເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັນ, ຄວມຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19
  2. ແຈ້ງການເພີ່ມເຕີມ ໃນການເພີ່ມທະວີມາດຕະການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນກຳລັງປ້ອງກັນຄວາມສະຫງົບ.

ທັງນີ້, ກໍເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ໄດ້ເຖິງໄພອັນຕະລາຍຂອງພະຍາດໂຄວິດ-19, ຍົກສູງສະຕິລະມັດລະວັງຕົວໃຫ້ຫຼາຍຂຶ້ນ ແລະ ຮູ້ຈັກປັບຕົວໃຊ້ຊີວິດຢ່າງປອດໄພ ໃນທ່າມກາງການແພ່ລະບາດຂອງພະຍາດດັ່ງກ່າວ.