ພາຍຫຼັງທີ່ ຄະນະສະເພາະກິດ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 260 ເຊິ່ງຜູ້ກ່ຽວແມ່ນຕິດຈາກການສໍາຜັດໃກ້ຊິດກັບ ກໍລະນີທີ 102 ເຊິ່ງເປັນກຸ່ມຂອງ ນາງ ຕິນ່າ (ໝູ່ຕໍ່ໝູ່) ແລະ ການທີ່ມີຫາງສຽງຈົ່ມວ່າຈາກພໍ່ແມ່ປະຊາຊົນວ່າ ຕິດມາຈາກການມາຮ່ວມງານບາສີສູ່ຂວັນຢູ່ຮ້ານອາຫານລຸ້ງໂລດ ແມ່ນບໍ່ມີມູນຄວາມຈິງ.

ທ່ານ ນາງ ບົວເງິນ ບູລົມ ເຈົ້າຂອງຮ້ານອາຫານລຸ້ງໂລດ ບ້ານທົ່ງພານທອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຊີ້ແຈງຕໍ່ນັກຂ່າວປ້ອງກັນຄວາມສະຫງົບ ໃນວັນທີ 27 ເມສາ 2021 ວ່າ:

ທ່ານ ນາງ ບົວເງິນ ບູລົມ ເຈົ້າຂອງຮ້ານອາຫານລຸ້ງໂລດ

ສໍາລັບຮ້ານອາຫານຮຸ້ງໂລດ ແມ່ນໄດ້ປິດບໍລິການນັບແຕ່ວັນທີ 27 ມີນາ ເປັນຕົ້ນມາ; ຕໍ່ມາ, ໃນຕອນເຊົ້າວັນທີ 18 ເມສາ 2021, ທາງຮ້ານອາຫານຮຸ້ງໂລດ ໄດ້ຈັດການບາສີສູ່ຂວັນປີໃໝ່ແບບຄອບຄົວ ແລະ ພາຍຫຼັງສໍາເລັດພິທີໃນຕອນບ່າຍຂອງວັນດຽວກັນ, ນາງ ກ (ນາມສົມມຸດ) ຜູ້ຕິດເຊື້ອ ໄດ້ມານຳອ້າຍ (ໝູ່ຂອງລູກເຂີຍເຈົ້າຂອງຮ້ານ) ເພື່ອມາອວຍພອນປີໃໝ່ລູກເຂີຍເຈົ້າຂອງຮ້ານອາຫານລຸ້ງໂລດ, ແຕ່ໃຊ້ເວລາຢູ່ຮ້ານອາຫານບໍ່ດົນ ຜູ້ກ່ຽວກໍຄອບອ້າຍອອກໄປຫຼິ້ນນໍາໝູ່ຢູ່ຕູບ ເຊິ່ງຢູ່ຕູບແມ່ນມີກຸ່ມສ່ຽງ ກໍລະນີທີ 102 (ທີ່ມາຈາກກຸ່ມຂອງ ນາງ ຕິນ່າ ຫຼິ້ນຢູ່ນຳ).

ມາຮອດວັນທີ 22 ເມສາ, ໝູ່ທີ່ໄປຫຼິ້ນຕູບນຳກັນ (ກໍລະນີ 102) ໂທມາບອກຜູ້ກ່ຽວວ່າ: ຕົນເອງມີອາການໄຂ້,​ ເມື່ອຍ, ເຈັບຫົວ ແລ້ວບອກໃຫ້ຜູ້ກ່ຽວລະມັດລະວັງ. ດັ່ງນັ້ນ, ຜູ້ກ່ຽວຈຶ່ງໄດ້ກັກບໍລິເວນຕົນເອງຢູ່ໃນຫ້ອງ ແລະ ໃນວັນດຽວກັນນັ້ນ, ຜົນກວດຂອງໝູ່ກໍອອກມາເປັນບວກ. ຈາກນັ້ນ, ນາງ ກ (ນາມສົມມຸດ) ກໍໄດ້ໄປກວດສຸຂະພາບຕົນເອງ ໃນວັນທີ 25 ເມສາ ເຊິ່ງຜົນກວດກໍອອກມາເປັນບວກ ເຊັ່ນກັນ.

ຕໍ່ກັບບັນຫາດັ່ງກ່າວ, ທາງຮ້ານອາຫານລຸ້ງໂລດ ຈຶ່ງຢາກຊີ້ແຈງໃຫ້ພໍ່ແມ່ປະຊາຊົນ,​ ພີ່ນ້ອງ,​ ມິດສະຫາຍ ຕະຫຼອດຮອດຄູບາອາຈານທີ່ມາຮ່ວມງານບາສີສູ່ຂວັນ ບໍ່ໃຫ້ມີການແຕກຕື່ນຕົກໃຈຕໍ່ກັບກໍລະນີດັ່ງກ່າວທີ່ວ່າ ຕິດເຊື້ອຈາກທາງຮ້ານອາຫານຂອງພວກເຮົາ ແມ່ນບໍ່ມີມູນຄວາມຈິງ.

ສໍາລັບຜູ້ຕິດເຊື້ອຄື ນາງ ກ (ນາມສົມມຸດ) ກໍໄດ້ຢັ້ງຢືນວ່າ: ກ່ອນທີ່ຜູ້ກ່ຽວຈະມາຮ້ານອາຫານ, ຜູ້ກ່ຽວບໍ່ໄດ້ໄປໃສທີ່ເຫັນວ່າເປັນການສ່ຽງ ນອກຈາກຈະໄປຫຼິ້ນຕູບນໍາໝູ່ຄູ່ທີ່ໂທຫາ. ປັດຈຸບັນ, ຄອບຄົວຂອງຜູ້ກ່ຽວ ແລະ ພະນັກງານຮ້ານອາຫານລຸ້ງໂລດ ຕະຫຼອດຮອດຜູ້ທີ່ຮ່ວມງານບາສີສູ່ຂວັນ ແມ່ນບໍ່ມີຜູ້ໃດເປັນພະຍາດໂຄວິດ-19, ສະແດງອອກໃນຜົນກວດທີ່ອອກມາເປັນລົບ ແຕ່ກໍຍັງຈະສືບຕໍ່ກັກບໍລິເວນຕົນເອງຈົນກວ່າຈະຄົບ 14 ວັນ.

ທ່ານ ວົງສີ ສຸລິຍະແສງ ຮອງນາຍບ້ານທົ່ງພານທອງ ໄດ້ຢັ້ນຢືນວ່າ: ຢູ່ພາຍໃນຮ້ານອາຫານລຸ້ງໂລດ ແລະ ຜູ້ທີ່ມາຮ່ວມງານບາສີສູ່ຂວັນ ແມ່ນບໍ່ມີພະນັກງານຕິດໂຄວິດ-19 ແລະ ສໍາລັບການຊີ້ແຈງຂອງຮ້ານອາຫານລຸ້ງໂລດ ແມ່ນເປັນຄວາມຈິງທຸກປະການ.