ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຜູ້ໃໝ່ ໃນວັນທີ 27 ເມສາ 2021; ເປັນກຽດເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ມີ ພັອ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ, ມີບັນດາຄະນະພັກ, ຄະນະກົມ, ຫົວຫນ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ ໂດຍປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 770/ປກສ ລົງວັນທີ 23 ເມສາ 2021 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ແຕ່ງຕັ້ງ:

  • ພັອ ລີຊວາ ໄຊຍະຊ່າງ ເປັນຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ສ່ວນຫົວຫນ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄຶເກົ່າ.

ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ກ່າວວ່າ:

ການປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໄໝ່ ແລະ ແມ່ນຄວາມຈຳເປັນຂອງວຽກງານວິຊາສະເພາະ, ທັງເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ແລະ ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ຢ່າງມີຜົນສຳເລັດເປັນດີງາມ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ໃຫ້ໄດ້ຮັບປະສິດທິຜົນ ແລະ ມີຜົນສຳເລັດສູງຂຶ້ນກວ່າເກົ່າ.