ທ່ານ ດຣ ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ຮອງປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 27 ເມສານີ້, ທີ່ພະແນກສາທາລະນະສຸກແຂວງວ່າ: ສະພາບໂດຍລວມທົ່ວປະເທດມາຮອດວັນທີ 27 ເມສາ 2021 ມີຜູ້ຕິດເຊື້ອສະສົມຈໍານວນ 511 ຄົນ, (ບໍ່ມີຜູ້ເສຍຊີວິດ), ກໍາລັງນອນປິ່ນປົວ 462 ຄົນ, ປິ່ນປົວຫາຍດີແລ້ວ 49 ຄົນ.

ສະເພາະແຂວງເຊກອງປະຊາຊົນບັນດາເຜົ່າແມ່ນມີຄວາມເຂົ້າໃຈໃນການປ້ອງກັນຕົວເອງ ແລະຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໂດຍປະຊາຊົນຈໍານວນໜຶ່ງທີ່ເດີນທາງມາຈາກແຂວງທີ່ມີການລະບາດກໍສະໝັກໃຈເຂົ້າມາພົບແພດ-ໝໍ ເພື່ອກວດຕິດຕາມ, ເຊັກສຸຂະພາບ ແລະເກັບຕົວຢ່າງວໄປກວດຊອກຫາເຊື້ອພະຍາດໂຄວິດ-19 ແລະປະຕິບັດລະບຽບການຕ່າງໆທີ່ຄະນະສະເພາະກິດຂັ້ນສູນກາງ ແລະແຂວງວາງອອກຢ່າງເຂັ້ມງວດ.

ທ່ານ ດຣ ຄໍາໄຫຼ ສັນຕິພູມ ກ່າວຕື່ມອີກວ່າ: ທົ່ວແຂວງມີກໍລະນີຕິດເຊື້ອສະສົມ 1 ກໍລະນີ, ເປັນຄົນຕ່າງ ປະເທດ (ປະຈຸບັນນອນປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ), ກໍລະນີສົງໃສ ແລະເກັບຕົວຢ່າງທັງໝົດ 72 ຕົວຢ່າງ (ລໍຖ້າຜົນກວດ), ນອກນັ້ນ ຍັງໄດ້ຕັ້ງຈຸດກວດກາກັ່ນກອງຄົນເຂົ້າອອກເມືອງ, ແຂວງລວມມີທັງໝົດ 5 ຈຸດຄື: ຈຸດບ້ານຫຼັກຂາວເມືອງທ່າແຕງ, ຈຸດບ້ານກົກພຸງໃຕ້ເມືອງທ່າແຕງ, ຈຸດບ້ານເຊນໍ້ານ້ອຍເມືອງລະມາມ, ຈຸດດ່ານດາກລານເມືອງດາກຈຶງ ແລະຈຸດເມືອງກະລຶມເກົ່າ.

ແນວໃດກໍຕາມ, ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ຍັງໄດ້ຮຽກຮ້ອງມາຍັງປະຊາ ຊົນບັນດາເຜົ່າທົ່ວແຂວງເຊກອງໃຫ້ມີສະຕິ, ບໍ່ໃຫ້ແຕກຕື່ນຂ່າວລື ແລະ ບໍ່ສ້າງຂ່າວປອມ ຫຼື ປັ່ນປວນສັງຄົມ, ໃຫ້ລໍຖ້າຟັງການຖະແຫຼງຂ່າວຈາກຄະນະສະເພາະກິດຂັ້ນສູນກາງ; ສິ່ງສໍາຄັນແມ່ນໃຫ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ແລະຂອງຄະນະສະເພາະກິດແຕ່ລະໄລຍະຢ່າງເຄັ່ງຄັດເຊັ່ນ: ການປ້ອງກັນຕົນເອງດ້ວຍການຮັກສາໄລຍະຫ່າງ 1-2 ແມັດ, ໃສຜ້າປິດປາກ-ດັງເວລາອອກໄປຂ້າງນອກ, ລາງມືດ້ວຍເຫຼົ້າ 70 ອົງສາ ຫຼື ເຈວລ້າງມື, ບໍ່ຄວນເດີນທາງໄປສະຖານທີ່ ທີ່ມີການລະບາດ ແລະມີຄົນແອອັດ.

(ຂ່າວ: ຖວທ ແຂວງເຊກອງ)