ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 28 ເມສາ ນີ້ ທີ່ສະໂທສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ທົ່ວແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນແມ່ນ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ເພື່ອຈະໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ ຊຶ່ງໃນໄລຍະວັນທີ 22-28 ເມສາ 2021 ຊຶ່ງຄະນະສະເພາະກິດໄດ້ເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ15/ນຍ, ຄຳສັ່ງຂອງທ່ານເຈົ້າແຂວງໄຊສົມບູນ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຜົນຮ້າຍຂອງພະຍາດໂຄວິດ 19, ໄດ້ຕັ້ງດ່ານກວດຄົນເຂົ້າ-ອອກ ແຂວງ ທັງໝົດ 7 ດ່ານ ຄື: ດ່ານບ້ານຊຳກໍທອງ, ບ້ານນາໄຊສະຫວ່າງ ( ເມືອງລ້ອງແຈ້ງ), ຂົວນຳ້ພ້າວ ເມືອງອະນຸວົງ, ຂົວນຳ້ຄຸຍ ເມືອງລ້ອງຊານ, ຈຸດທ່າສີ, ບ້ານຊຽງຄົງ, ຈຸດຂົວນຳ້ງຽບ ( ເມືອງທ່າໂທມ) ພ້ອມທັງແນະນຳບັນດາເມືອງເພີ່ມທະວີການເຟົ້າລະວັງ ແລະ ປິດການເຂົ້າ-ອອກຂອງພົນລະເມືອງ ແລະ ການຂົນສົ່ງໂດຍສານ ນອກນີ້ ຍັງໄດ້ເອົາຕົວຢ່າງໄປກວດຫາເຊື້ອໂຄວິດ 19 ຈຳນວນ 24 ຕົວຢ່າງ, ຜົນການກວດແມ່ນບໍ່ມີຜູ້ຕິດເຊື້ອ. ຂະນະດຽວກັນ, ຍັງໄດ້ຮັບວັກຊິນປ້ອງກັນໂຄວິດ 19 ຊະນິດຊີໂນຟາມ ຈາກກະຊວງສາທາລະນະສຸກ ຈຳນວນ 3.400 ໂດສ, ສາມາດສັກວັກຊິນໃຫ້ແກ່ບຸກຄະລາກອນກຸ່ມທີ່ມີຄວາມສ່ຽງ ເຂັມທີ 1 ແລະ ເຂັມທີ່ 2 ໄດ້ທັງໝົດ ຈຳນວນ 1.900 ກວ່າໂດສ ເທົ່າກັບ 55,9%. ພ້ອມກັນນີ້, ກໍໄດ້ກະກຽມສະຖານທີ່ຕັ້ງເຄື່ອງວິເຄາະຫາເຊື້ອພະຍາດໂຄວິດ 19, ສູນຈຳກັດບໍລິເວນ ແລະ ກະ ກຽມຄວາມພ້ອມໃນດ້ານໆ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳເຫັນ ປຶກສາຫາລືກັນ ເພື່ອແກ້ໄຂບັນຫາທີ່ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ.

ໃນຕອນທ້າຍ, ທ່ານ ພົຕ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ, ເຊິ່ງທ່ານໄດ້ເໜັ້ນໜັກໃຫ້ຄະນະສະເພາກິດ ຖືເອົາການຕ້ານພະຍາດໂຄວິດເປັນຕົ້ນຕໍ ແລະ ເປັນບັນຫາສຳຄັນ ເພື່ອບໍ່ໃຫ້ແຂວງມີການແຜ່ລະບາດພະຍາດໂຄວິດ-19 ແລະ ໃຫ້ມີຄວາມເດັດຂາດໃນການປິດແຂວງ, ປິດເມືອງ ບໍ່ໃຫ້ຄົນຕ່າງແຂວງເຂົ້າມາແຂວງໄຊສົມບູນ.

ນອກຈາກນີ້, ກໍໃຫ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບການລະບາດພະຍາດດັ່ງກ່າວ ໃນກໍລະນີມີຄົນຕິດເຊື້ອຢູ່ໃນແຂວງໄຊສົມບູນ ພ້ອມທັງໂຄສະນາເຜີຍແຜ່ປຸກລະດົມທົ່ວປວງຊົນເປັນເຈົ້າ ການເຂົ້າຮ່ວມຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ ເປັນຕົ້ນແມ່ນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃສ່ຜ້າປິດປາກ-ດັງ, ລ້າງມືດ້ວຍສະບູ່ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ເວັ້ນໄລຍະຫ່າງທາງ ຢ່າງໜ້ອຍ 1 ແມັດຂຶ້ນໄປ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ແລະ ບໍ່ໃຫ້ມີການລະບາດ ຢູ່ແຂວງໄຊສົມບູນ.


ຂ່າວ: ພຸດທະສອນ ເວດສະວົງ