ມາຮອດປັດຈຸບັນນີ້, ຄະນະພັກ-ຄະນະນໍາ ກໍຄືພະນັກງານ-ນັກຮົບ ໃນກໍາລັງ ປກສ ໄດ້ຮັບການສັກວັກແຊງຕ້ານເຊື້ອພະຍາດໂຄວິດ 19 ແລ້ວປະມານ 95%.

        ພັອ ນາງ ພຸດມາລາ ພັນທະມິດ ອໍານວຍການໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 29 ເມສາ 2021 ວ່າ: ປັດຈຸບັນນີ້, ຄະນະພັກ-ຄະນະບັນຊາ ກໍຄືພະນັກງານແພດໝໍໂຮງໝໍ 5 ເມສາ ໄດ້ເອົາໃຈໃສ່ປຸກລະດົມ, ໂຄສະນາເຊີນຊວນໃຫ້ພະນັກງານ-ນັກຮົບໃນກໍາລັງ ປກສ ສະໝັກໃຈເຂົ້າມາສັກວັກແຊງຕ້ານເຊື້ອພະຍາດໂຄວິດ 19  ແລະ ມາຮອດປັດຈຸບັນນີ້, ໄດ້ຈັດຕັ້ງປະຕິບັດການສັກວັກແຊງແລ້ວ 2 ຊຸດ ຄື: ຊຸດທີ 1 ແມ່ນໄດ້ເລີ່ມສັກໃນວັນທີ 23-25 ມີນາ 2020 ຈໍານວນ 692 ຄົນ ແລະ ຊຸດທີ 2 ແມ່ນເລີ່ມສັກໃນວັນທີ 20 ເມສາ 2021 ເປັນຕົ້ນມາ, ເຊິ່ງມາຮອດວັນທີ 28 ເມສາ 2021 ແມ່ນມີພະນັກງານ-ນັກຮົບໃນກໍາລັງ ປກສ ມາສັກວັກແຊງ ຈໍານວນ 6.585 ຄົນ, ນອກນັ້ນ, ຍັງໄດ້ມີການຈັດຕັ້ງປະຕິບັດໃນການລົງສັກວັກແຊງດັ່ງກ່າວນີ້ຢູ່ບັນດາກະຊວງ, ກົມກອງ, ກອງບັນຊາການ ອີກຈໍານວນໜື່ງ ເຊິ່ງມາຮອດປັດຈຸບັນນີ້ ສາມາດຕີລາຄາໄດ້ວ່າກໍາລັງ ປກສ ໄດ້ຮັບການສັກວັກແຊງດັ່ງກ່າວນີ້ແລ້ວ 95%.

     ເຊິ່ງຜ່ານການສັກວັກແຊງຕ້ານເຊື້ອພະຍາດໂຄວິດ 19 ທັງ 2 ຊຸດນີ້, ເຫັນວ່າພະນັກງານ-ນັກຮົບ ທີ່ໄດ້ຮັບການສັກວັກແຊງດັ່ງກ່າວ ແມ່ນມີສຸຂະພາບແຂງແຮງດີ, ບໍ່ມີຜົນຄ້າງຄຽງຫຍັງເກີດຂຶ້ນ. ດັ່ງນັ້ນ, ຈິ່ງຮຽກຮ້ອງ ແລະ ເຊີນຊວນໃຫ້ພະນັກງານ-ນັກຮົບ ໃນກໍາລັງ ປກສ ທີ່ບໍ່ທັນໄດ້ເຂົ້າມາສັກວັກແຊງຕ້ານເຊື້ອພະຍາດໂຄວິດ 19, ຈົ່ງພ້ອມພຽງກັນມາສັກຢູ່ໂຮງໝໍ 5 ເມສາ ຫຼື ຢູ່ສະຖານທີ່ຕ່າງໆທີ່ທາງຄະນະສະເພາະກິດ ກໍຄືພາກສ່ວນກ່ຽວຂ້ອງໄດ້ຈັດຕັ້ງການສັກວັກແຊງດັ່ງກ່າວ, ເພາະຖ້າຮາກບຸກຄົນໃດໄດ້ຮັບການສັກວັກແຊງນີ້ແລ້ວ ກໍຈະເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ, ມີພູນຕ້ານທານຕໍ່ພະຍາດຕ່າງໆ, ບໍ່ສາມາດຕິດພະຍາດໄດ້ງ່າຍ, ຖ້າຮາກມີການຕິດພະຍາດ ກໍ່ຈະເຮັດໃຫ້ຮ່າງກາຍບໍ່ອອນເພຍ ແລະ ຮ້າຍແຮງ ພຽງແຕ່ມີເຊື້ອຢູ່ໃນຮ່າງກາຍເທົ່ານັ້ນ ແລະ ເມື່ອໄດ້ຮັບການປິ່ນປົວກໍ່ຈະດີໄວກວ່າຄົນອື່ນທີ່ບໍ່ໄດ້ຮັບການສັກວັກແຊງດັ່ງກ່າວນີ້.