ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 29 ເມສາ 2021 ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 68 ຄົນ, ຈາກການເກັບຕົວຢ່າງມາກວດວິເຄາະທັງໝົດ 2.817 ຕົວຢ່າງ; ໃນນີ້ມີ ນະຄອນຫຼວງວຽງຈັນ 34 ຄົນ, ຈຳປາສັກ 11 ຄົນ, ບໍ່ແກ້ວ 10 ຄົນ, ແຂວງຫຼວງພະບາງ 8 ຄົນ, ຫຼວງນ້ຳທາ 2 ຄົນ, ວຽງຈັນ 1 ຄົນ,  ອຸດົມໄຊ 1 ຄົນ ຜົ້ງສາລີ 1 ຄົນ.

ມາຮອດປັດຈຸບັນ,  ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 622 ຄົນ; ເຊິ່ງຢູ່ນະຄອນຫຼວງວຽງຈັນ 439 ຄົນ, ຈຳປາສັກ 92 ຄົນ, ສຳລັບຄົນເຈັບແຂວງເຊກອງແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ສະຫວັນນະເຂດ 22 ຄົນ, ບໍ່ແກ້ວ 24 ຄົນ, ສາລະວັນ 6 ຄົນ, ອຸດົມໄຊ 3 ຄົນ, ຫຼວງນ້ຳທາ 6 ຄົນ, ວຽງຈັນ 8 ຄົນ, ຜົ້ງສາລີ 3 ຄົນ, ຫຼວງພະບາງ 14 ຄົນ, ໄຊຍະບູລີ 1 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ຊຽງຂວາງ 1 ຄົນ. ສໍາລັບເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນປົກກະຕິ ແລະ ທຸກຄົນແຂງແຮງດີ.

ຕໍ່ກັບສະພາບດັ່ງກ່າວ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນໃຫ້ຕິດຕາມເອົາໃຈໃສ່ ກວດກາການຈັດຕັ້ງປະຕິບັດຂອງແຈ້ງການດັ່ງກ່າວໂດຍສະເພາະການເຄື່ອນໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາ ແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.