ທ່ານ ນາງ ວາດສະໜາ ດາວຮຸ່ງສຸລິ ພັນລະຍາຂອງ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 3.000.000 ກີບ ມອບໃຫ້ພະນັກງານ-ນັກຮົບທີ່ພັກຢູ່ຫໍພັກກົມຕໍາຫຼວດຄຸມຂັງ-ດັດສ້າງ ໃນວັນທີ 30 ເມສາ 2021 ພັທ ປອ ສີອໍາພອນ ອິນແກ້ວ ຫົວໜ້າຫ້ອງການ.

        ເຄື່ອງທີ່ມອບໃນຄັ້ງນີ້ປະກອບມີ ໄຂ່ໄກ່ ຈໍານວນ 20 ແຕະ, ຜ້າອັດປາກອັດດັງ ຈໍານວນ 5 ກັບ, ນໍ້າດື່ມ ຈໍານວນ 10 ແພັກ, ໝີເຄິ່ງສໍາເລັດຮູບ ຈໍານວນ 12 ແກັດ ແລະ ປ໋ອງປາ ຈໍານວນ 10 ແກັດ; ທັງນີ້ກໍເພື່ອເພື່ອການຕອບສະໜອງທາງດ້ານສະບຽງອາຫານໃຫ້ພະນັກງານ-ນັກຮົບທີ່ພັກຢູ່ຫໍພັກ ທີ່ມີຄວາມຫຍຸ້ງຍາກໃນການອອກໄປພາຍນອກເພື່ອຊື້ສະບຽງສະອາຫານ ແລະ ຫຼຸດຄວາມສ່ຽງໃນຊ່ວງໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພ້ອມທັງເປັນການປະຕິບັດຕາມຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.