ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ໄດ້ມອບເງິນຍຸກຍູ້ວຽກງານປ້ອງກັນຄວາມສະຫງົບ ຈໍານວນ 100 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃນວັນທີ 30 ເມສາ 2021; ມອບໂດຍ ທ່ານ ບົວວຽງ ຈໍາປາພັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ, ກ່າວຮັບໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະນໍາກະຊວງ, ພະນັກງານບໍລິສັດດັ່ງກ່າວ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານຜູ້ອໍານວຍການ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ໄດ້ກ່າວວ່າ:

ນີ້ແມ່ນປັດໃຈຂອງຄອບຄົວ ກໍຄືທາງບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ທີ່ໄດ້ມອບໃຫ້ທາງກະຊວງ ປກສ ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.

ເຊິ່ງມັນຈະເປັນງົບປະມານຈໍານວນໜຶ່ງທີ່ຈະຊ່ວຍບັນເທົາ, ແບ່ງເບົາຄ່າໃຊ້ຈ່າຍຂອງ ກະຊວງ ປກສ ໄດ້ ແລະ ຈໍານວນໜຶ່ງໃນການໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ຕາມຄວາມສາມາດຂອງບໍລິສັດໄດ້ມອບໃຫ້ ເຖິງວ່າມັນເປັນຈໍານວນບໍ່ຫຼາຍປານໃດ ແຕ່ມັນກໍເປັນປັດໃຈ ແລະ ຄວາມຕັ້ງໃຈຂອງບໍລິສັດເຮົາ ທີ່ຢາກປະກອບສ່ວນໃນວຽກງານ ປກສ ຢ່າງເຕັມໃຈ.

ພົຕ ກົງທອງ ພົງວິຈິດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຜູ້ອໍານວຍການໃຫຍ່ບໍລິສັດ ກໍຄືພະນັກງານຂອງບໍລິສັດທຸກທ່ານ ທີ່ມີນໍ້າໃຈເສຍສະຫຼະທາງດ້ານທຶນຮອນ, ປັດຈຸປັດໃຈ ກໍຄືສັບສົມບັດຂອງຕົນເອງ ມາປະກອບສ່ວນເຂົ້າໃນວຽກງານລວມຂອງພັກ-ຂອງລັດ ເວົ້າລວມ, ເວົ້າສະເພາະ ກໍແມ່ນວຽກງານ ປກສ. ສະນັ້ນ, ເງິນຈໍານວນດັ່ງກ່າວນີ້ ກະຊວງ ປກສ ຈະນໍາໃຊ້ໃຫ້ເກີດຜົນປະໂຫຍດສູງ ໃຫ້ສົມກັບທີ່ພວກທ່ານຕັ້ງໃຈຊ່ວຍເຫຼືອ.