ໃນວັນ ທີ 4 ພຶດສະພາ 2021, ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍເຈົ້າຂອງຮ້ານເຂົ້າມັນໄກ່ ສິງກະໂປ ໄດ້ນໍາເອົາອາຫານໄປມອບໃຫ້ນັກສຶກສາຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ; ກ່າວຮັບໂດຍ ທ່ານ ສຈ ວິໄລ ທ່ຽງຈັນໄຊ ຄະນະບໍລິຫານງານຄະນະນິຕິສາດ-ລັດຖະສາດ ໂດຍມີນັກສຶກສາຂອງຄະນະເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ເຂົ້າສານ, ໄຂ່, ເຈວລ້າງມື, ຜ້າອັດປາກ-ດັງ; ເຊິ່ງໄດ້ຈາກການລະດົມ ແລະ ການປະກອບສ່ວນຂອງນັກທຸລະກິດ ເພື່ອຊ່ວຍເຫຼືອນັກສຶກສາຢູ່ຫໍພັກໃນໄລຍະປະຕິດບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.

ໂອກາດນີ້, ຄະນະບໍລິຫານງານຄະນະນິຕິສາດ-ລັດຖະສາດ ກໍໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ພາກສ່ວນດັ່ງກ່າວທີ່ໄດ້ນໍາເອົາເຄື່ອງບັນເທົາທຸກມາຊ່ວຍເຫຼືອນັກສຶກສາຄັ້ງນີ້ ແລະ ຄະນະຈະນໍາເອົາສິ່ງຂອງດັ່ງກ່າວໄປແຈຍຢາຍນັກສຶກສາໃຫ້ທົ່ວເຖິງ.