ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ ໄດ້ມອບເງິນ ຈໍານວນ 100 ລ້ານ ໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ , ມອບໂດຍທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ; ກ່າວ ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບເງິນຄັ້ງນີ້,  ກໍເພື່ອຊຸກຍູ້ບັນດາກິດຈະກໍາຕ່າງໆໃນການຕອບໂຕ້ພະຍາດໂຄວິດ-19  ແລະ ກິດຈະກໍາຕ່າງໆວຽກງານຊາວໜຸ່ມ-ເຍົາວະຊົນ ໃຫ້ມີຜົນສໍາເລັດ.

ໂອກາດນີ້, ທ່ານ ອາລຸນໄຊ ກໍໄດ້ຍ້ອງຍໍຊົມເຊີຍບໍລິສັດດັ່ງກ່າວ ພ້ອມທັງມອບໃບກຽດຕິຄຸນໃຫ້ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ .