ກຳລັງ ປກຊ-ປກສ ແຂວງສະຫວັນນະເຂດ ເຂັ້ມງວດກວດກາລາດຕະເວນຕາມລໍາແມ່ນໍ້າຂອງ

0
777


ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ປະຕິບັດຕາມແຈ້ງການຂອງ ທ່ານເຈົ້າແຂວງສະຫວັນນະເຂດ ແລະ ແຈ້ງການຂອງ ເຈົ້າຄອງນະຄອນໄກສອນພົມວິຫານ ກ່ຽວກັບ ການເພີ່ມທະວີວຽກງານປ້ອງກັນແຮງງານລາວ ທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນ ລາວ- ໄທ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໃນວັນທີ 4 ພຶດສະພາ 2021, ກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໄດ້ເພີ່ມທະວີເຄື່ອນໄຫວກວດກາລາດຕະເວນຕາມຈຸດຂ້າມລອຍ ລຽບຕາມຊາຍແດນແມ່ນ້ຳຂອງຢ່າງເຂັ້ມງວດ, ນໍາພາໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ພັນວິໄລ ລາດສະຍົນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ກອງຮ້ອຍທະຫານຊາຍແດນ.

ການລົງກວດກາລາດຕະເວນໃນຄັ້ງນີ້, ບັນດາເຈົ້າໜ້າທີ່ ໄດ້ເລັ່ງກວດກາການເຄື່ອນໄຫວຂອງບັນດາເຮືອຢູ່ຕາມລໍາແມ່ນໍ້າຂອງ ເລີ່ມແຕ່ດ່ານທ່າ ເຮືອ ຫາ ຈຸດທ່າບ້ານດອນເຊັງ ເພື່ອປ້ອງກັນຕ້ານ ແລະ ສະກັດກັ້ນບໍ່ໃຫ້ແຮງລາວລັກລອບຂ້າມມາທາງເຮືອນ້ອຍ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍບໍ່ໄດ້ກວດກາກັ່ນກອງວັດແທກອຸນະພູມ ຫຼື ກັກຕົວ 14 ວັນ ເພື່ອຊອກຫາເຊື້ອພະຍາດໂຄວິດ-19.

ໂດຍການລາດຕະເວນ ຈະເນັ້ນໄປທີ່ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ໂດຍສະເພາະແມ່ນ ເຈົ້າຂອງເຮືອທຸກປະເພດ ເຊັ່ນ: ເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອຊົ່ວຄາວ ຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ ເພື່ອຫຼີກລ່ຽງການລັກລອບຂົນສົ່ງແຮງງານລາວຂ້າມມາໂດຍບໍ່ຖືກຕ້ອງ ລວມທັງການຂົນສົ່ງສິນຄ້າ ແລະອື່ນໆ; ພ້ອມທັງຫ້າມບໍ່ໃຫ້ບຸກຄົນໃດ ເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ.

ນອກຈາກນີ້, ກໍໄດ້ຈັດຕັ້ງກໍາລັງ ປກຊ-ປກສ, ກອງຫຼອນບ້ານ ເຝົ້າເວນຍາມ ເພື່ອກວດກາລາດຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນບັນດາປະເທດໃນໂລກ ຍັງມີສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີການລະບາດເປັນວົງກວ້າງ.

ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາເຈົ້າຂອງເຮືອ ກໍຄື ປະຊາຊົນບັນດາເຜົ່າ ຫຼື ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ໃຫ້ປະຕິບັດຕາມແຈ້ງການຂອງ ຄະນະສະເພາະກິດຂັ້ນແຂວງ ຢ່າງເຂັ້ມງວດ, ຂໍໃຫ້ທຸກຄົນມີສ່ວນຮ່ວມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ເພາະຖ້າຫາກບັນດາທ່ານຝ່າຝືນມີການລັກລອບຂົນສົ່ງຄົນ ແລະ ນໍາເຂົ້າສິນຄ້າ ອາດມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແພ່ລະບາດຢູ່ນະຄອນໄກສອນພົມວິຫານ ກໍຄື ແຂວງສະຫວັນນະເຂດ ຂອງພວກເຮົາ.