ວັນທີ 6 ພຶດສະພາ 2021, ກອງບັນຊາການທະຫານຊາຍແດນ ແຂວງເຊີນລາ ສສ ຫວຽດນາມ ໄດ້ນຳເອົາອຸປະກອນປ້ອງກັນພະຍາດໂຄວິດ-19 ມາມອບໃຫ້ ກອງບັນຊາການ ປກສ ແຂວງຫົວພັນ ເຊິ່ງລວມມີ: ຜ້າອັດປາກການແພດ 1.000 ອັນ, ຜ້າອັດປາກ 1.000 ອັນ, ຊຸດປ້ອງກັນ 200 ຊຸດ, ເຈວລ້າງມື 50 ຂວດ ແລະ ເຄື່ອງວັດແທກອຸນຫະພູມ 1 ເຄື່ອງ.

ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ດ່ານບ້ານດ່ານ ເມືອງແອດ ແຂວງຫົວພັນ, ຕາງໜ້າມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໂດຍ ພັອ ກາວັນເລີ້ບ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ແຂວງເຊີນລາ ສສ ຫວຽດນາມ ແລະ ຕາງໜ້າຮັບໂດຍ ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ.

ການມອບອຸປະກອນປ້ອງກັນພະຍາດໂຄວິດ-19 ຈໍານວນດັ່ງກ່າວ ກໍເພື່ອເປັນການປະກອບສ່ວນຕ້ານພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ໃນປະເທດລາວ ເພື່ອຊ່ວຍໃຫ້ແຂວງຫົວພັນ ມີຄວາມປອດໄພຈາກການລະບາດຂອງພະຍາດໂຄວິດ-19.

ໃນໂອກາດນີ້, ພົຈວ ແອນ ອຸ່ນອານນົງນຸດ ໄດ້ສະແດງຄວາມໃຈຢ່າງສູງຕໍ່ ກອງບັນຊາການທະຫານຊາຍແດນ ແຂວງເຊີນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ມາມອບໃຫ້ ກອງບັນຊາການ ປກສ ແຂວງຫົວພັນ ໃນຄັ້ງນີ້, ເຊິ່ງເຄື່ອງທີ່ໄດ້ຮັບຈາກການຊ່ວຍເຫຼືອ ແມ່ນຈະນຳໄປໝູນໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນແຂວງໃຫ້ໄດ້ຮັບຜົນປະໂຫຍດ ແລະ ມີປະສິດທິຜົນສູງສຸດ.