ວັນທີ 6 ພຶດສະພາ 2021, ພໍ່-ແມ່ປະຊາຊົນ ໄດ້ມອບເຄື່ອງຊ່ວຍເຫຼືອ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ໂຮງໝໍເມືອງຍອດອູ.

ຄອບຄົວທີ່ນຳເຄື່ອງມາມອບໃນຄັ້ງນີ້ ລວມມີ:

  • ຄອບຄົວ ທ່ານ ພວງພະນິດ ປະຕູມມາ ບ້ານເທີງ ເມືອງຍອດອູ ມອບນ້ຳດື່ມ 10 ແພັກ ແລະ ໝີ່ 3 ແກັດ ລວມມູນຄ່າ 450.000 ກີບ;
  • ຄອບຄົວ ທ່ານ ວັນທອງ ນາກາສຽນ ບ້ານໃຕ້ ເມືອງຍອດອູ ມອບນ້ຳດື່ມ 10 ແພັກ ແລະ ໝີ່ 3 ແກັດ ລວມມູນຄ່າ 450.000 ກີບ;
  • ຄອບຄົວຂອງ ທ່ານ ນາງ ໄລ ຫຸ່ງມະນີແກ້ວ ບ້ານເທີງ ເມືອງຍອດອູ ມອບນ້ຳດື່ມ 10 ແພັກ ແລະ ເຂົ້າຜັດ 50 ກ໋ອງ ມູນຄາ 400.000 ກວ່າກີບ.

ໃນໂອກາດນີ້, ຄະນະອຳນວຍການໂຮງໝໍ ເມືອງຍອດອູ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທັງ 3 ຄອບຄົວ ທີ່ນໍາເອົາວັດຖຸເຄື່ອງຊ່ວຍເຫຼືອມາມອບໃນຄັ້ງນິ້, ເຄື່ອງຈຳນວນດັ່ງກ່າວ ແມ່ນຈະໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ສະກັດກັ້ນໂຄວິດ-19 ຢູ່ເມືອງຍອດອູ ໃຫ້ເກີດປະໂຫຍດສູງສຸດ.