ທ່ານ ດຣ. ຄຳໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸດແຂວງ, ຮອງປະທານຄະນະສະເພາກິດຂັ້ນແຂວງ ໃຫ້ຮູ້ໃນວັນທີ 11 ພຶດສະພາຜ່ານມາວ່າ: ມາຮອດວັນທີ 11 ພຶດສະພາ 2021, ສະເພາະແຂວງເຊກອງ ມີຜູ້ຕິດເຊື້ອສະສົມ 1 ຄົນ, ຕິດເຊື້ອໃໝ່ບໍ່ມີ, ປັດຈຸບັນນອນປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ, ໄດ້ສົ່ງຕົວຢ່າງໄປກວດຢູ່ສູນວິເຄາະນັບແຕ່ 26 ເມສາ ເຖິງປັດຈຸບັນ ມີທັງໝົດ 251 ຕົວຢ່າງ, ໄດ້ຮັບຜົນກວດແລ້ວ 251 ຕົວຢ່າງ (ບໍ່ພົບເຊື້ອ).

ຜ່ານການປະເມີນດ້ານຄວາມສ່ຽງ ຫຼື ການລະບາດຂອງພະຍາດ ເຫັນວ່າ: ຢູ່ແຂວງເຊກອງຍັງມີຄວາມສ່ຽງສູງ ເພາະເປັນແຂວງທີ່ມີຊາຍແດນຕິດຈອດໃກ້ຄຽງກັບແຂວງທີ່ມີການຕິດເຊື້ອ ແລະ ແຜ່ລະບາດເປັນວົງກວ້າງ. ແນວໃດກໍຕາມ, ເພື່ອເປັນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງເຊກອງ ກໍໄດ້ມີການກຽມຄວາມພ້ອມດ້ານບຸກຄະລາກອນການແພດ ມີ 36 ຄົນ, ແບ່ງເປັນ 4 ທີມ.

ອຸປະກອນການແພດມີ: ເຄື່ອງກວດຊອກຫາເຊື້ອພະຍາດໂຄວິດ-19, ຕູ້ເຢັນເກັບຕົວຢ່າງ 1 ເຄື່ອງ (ລໍຖ້າການຕິດຕັ້ງຈາກຊ່ຽວຊານ), ເຄື່ອງຊ່ວຍຫາຍໃຈ 5 ເຄື່ອງ, ເຄື່ອງຕິດຕາມອາການຊີວິດ 5 ເຄື່ອງ, ຈັກຜະລິດອົກຊີ 5 ເຄື່ອງ, ຈັກດູດຂີ້ສະເລດ 3 ເຄື່ອງ; ກໍານົດຈຸດປິ່ນປົວຜູ້ຕິດເຊື້ອໂຄວິດ-19 (ຖ້າມີກໍລະນີຕິດເຊື້ອ) ໂດຍສະເພາະແມ່ນຢູ່ໂຮງໝໍແຂວງ ມີຫ້ອງປະຕິບັດການສຸກເສີນສໍາລັບຜູ້ທີ່ສົງໃສມີອາການເຂົ້າກັບນິຍາມໂຄວິດ-19 ມີຈໍານວນ 15 ຕຽງ; ກໍານົດສູນກັກບໍລິເວນບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ກໍຄື ຕ່າງແຂວງທີ່ມີການລະບາດ ມີ 7 ສູນ.

ທ່ານ ດຣ. ຄໍາໄຫຼ ສັນຕິພູມ ກ່າວຕື່ມວ່າ:

ສະພາບການໂດຍລວມໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແຂວງເຊກອງ ໃນປັດຈຸບັນ ແມ່ນຢູ່ໃນໄລຍະທີ່ມີການເຝົ້າລະວັງ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງປະຊາຊົນທຸກຄົນໃນທົ່ວແຂວງ ສືບຕໍ່ປະຕິບັດຄໍາສັ່ງ ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.

ທັງນີ້, ເພື່ອເປັນການປ້ອງຕົນເອງບໍ່ໃຫ້ຕິດເຊື້ອພະຍາດຕ່າງໆໄດ້ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງປະຊາຊົນໃນທົ່ວແຂວງ ໃຫ້ມີສະຕິ, ບໍ່ໃຫ້ແຕກຕື່ນຂ່າວລື ແລະ ບໍ່ສ້າງຂ່າວປອມ ຫຼື ປັ່ນປ່ວນສັງຄົມ, ໂດຍໃຫ້ລໍຖ້າຟັງການຖະແຫຼງຂ່າວຈາກຄະນະສະເພາະກິດຂັ້ນສູນກາງ-ຂັ້ນແຂວງ ເທົ່ານັ້ນ.