ເພື່ອປະກອບສ່ວນຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນ ການລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ກຳລັງປ້ອງກັນຄວາມສະຫງົບ ໃນການຄວບຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19, ໃນວັນທີ 11 ພຶດສະພາ 2021 ທີ່ກະຊວງປ້ອງກັນຄວາມສະຫງົບ ບໍລິສັດ ວາບປ໌ ດາຕາ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ໄດ້ມອບເງິນຈຳນວນ 500 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ເພື່ອນຳໃຊ້ເຂົ້າໃນການຮັບໃຊ້ວຽກງານປ້ອງກັນ ແລະ ສະກັດການລັກລອບເຂົ້າເມືອງແບບຜິດກົດໝາຍ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19; ເຊິ່ງກ່າວມອບໂດຍ ທ່ານ ເຫວ ສຽນຈຽງ ( wei Qianjiang ) ຕາງໜ້າບໍລິສັດ ແລະ ກ່າວຮັບໂດຍ ທ່ານ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ປະທານບໍລິສັດ ວາບປ໌ ດາຕາ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ທີ່ໄດ້ມີນໍ້າໃຈອັນສູງສົ່ງເຫັນໄດ້ຄວາມຈຳເປັນໃນວຽກງານປ້ອງກັນ ແລະ ສະກັດກັ້ນການລັກລອບເຂົ້າເມືອງແບບຜິດກົດໝາຍ ເພື່ອປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມທັງເປັນການຊ່ວຍເຫຼືອແບ່ງເບົາ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ໃນການປະຕິບັດໜ້າທີ່.

ທ່ານຍັງກ່າວຕື່ມວ່າ: ເງິນທີ່ໄດ້ຮັບຈາກການສະໜັບສະໜູນຂອງບໍລິສັດໃນຄັ້ງນີ້ ຈະນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນແມ່ນ ນຳໃຊ້ເຂົ້າໃນການຈັດຊື້ວັດຖຸອຸປະກອນ ແລະ ນຳໃຊ້ໃນການບໍາລຸງຮັກສາສຸຂະພາບຂອງແພດໝໍ ແລະ ກຳລັງປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.