ສູນປະສານງານ ລາວ-ຈີນ ປະຈໍາຢູ່ຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານວິຊາສະເພາະ ມາມອບໃຫ້ ກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນໍ້າທາ ສປປ ລາວ ໃນວັນທີ 6 ພຶດສະພາ 2021, ຕາງໜ້າມອບໂດຍ ຮອ ຊື່ຫົງຊຽງ ຫົວໜ້າສູນປະສານງານ ລາວ-ຈີນ, ກ່າວຮັບໂດຍ ພັທ ສີນນະກອນ ຄູນວົງພົມ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນໍ້າທາ ສປປ ລາວ, ໂດຍມີພະນັກງານ-ນັກຮົບຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ອຸປະກອນທີ່ມາມອບໃນຄັ້ງນີ້ ປະກອບມີ: ກັບມື 89 ຄູ, ໄຟສາຍ 5 ອັນ, ຄ້ອນເຫຼັກ 20 ອັນ, ເຊືອກ 20 ເສັ້ນ ແລະ ເຄື່ອງກວດຫາສານເສບຕິດ 5.000 ອັນ.

ໂອກາດດັ່ງກ່າວ, ພັທ ສີນນະກອນ ຄູນວົງພົມ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ປກສ ເມືອງລອງ ກ່າວສະແດງຄວາມຂອບໃຈຕໍ່ ຮອ ຊື່ຫົງຊຽງ ພ້ອມດ້ວຍຄະນະ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສຳຄັນຕໍ່ໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະກໍແມ່ນ ວຽກງານປ້ອງກັນຄວາມສະຫງົບ ເມືອງລອງ.

ທັງນີ້, ອຸປະກອນຈໍານວນດັ່ງກ່າວນີ້ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕໍ່ວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ. ສະນັ້ນ, ອຸປະກອນຈໍານວນເຫຼົ່ານີ້ ແມ່ນຈະຖືກນໍາໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດປະໂຫຍດສູງສຸດ.