ກຸ່ມບໍລິສັດ ໂກເອໂກ ມອບອຸປະກອນຕ້ານພະຍາດໂຄວິດໃຫ້ ແຂວງຊຽງຂວາງ

0
739

ກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ແຫ່ງ ສສ ຫວຽດນາມ ໄດ້ມອບອຸປະກອນຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ແຂວງຊຽງຂວາງ ໃນວັນທີ 11 ພຶດສະພາ 2021, ເຊິ່ງກ່າວມອບໂດຍ ທ່ານ ເລ່ຮີວຢວນ ຮອງຫົວໜ້າກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ແຫ່ງ ສສ ຫວຽດນາມ ແລະ ກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ, ໂດຍມີຄະນະທັງສອງພາກສ່ວນ ເຂົ້າຮ່ວມ.

ອຸປະກອນທີ່ນໍາມາມອບຄັ້ງນີ້ ປະກອບມີ: ໜ້າກາກອານາໄມ ຈຳນວນ 50.000 ອັນ ( 20ແກັດ ), ເຈວລ້າງມື 500 ມິນລີລິດ ຈຳນວນ 540 ຕຸກ, ຊຸດປ້ອງກັນໂຄວິດ ຈຳນວນ 100 ຊຸດ ແລະ ເຄື່ອງແທກອຸນຫະພູມ ຈຳນວນ 20 ອັນ ລວມມູນຄ່າ 60.000.000 ກີບ.

ໃນໂອກາດນີ້, ທ່ານຮອງເຈົ້າແຂວງຊຽງຂວາງ ໄດ້ກ່າວສະແດງຄວາມຂອບໃຈອັນລົ້ນເຫຼືອຕໍ່ກຸ່ມບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອເປັນວັດຖຸສິ່ງຂອງອັນມີຄ່າທີ່ມີຄວາມສຳຄັນຫຼາຍ ໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ເຊິ່ງມັນໄດ້ສະແດງໃຫ້ເຫັນມິດຕະພາບອັນດີງາມ, ຄວາມເປັນຫ່ວາງເປັນໄຍ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງຊຽງຂວາງ ກັບ ກຸ່ມບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃກ້ສິດຕິດແທດຮ່ວມວຽກງານນຳກັນ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ຫວັງວ່າຈະໄດ້ຮັບການຮ່ວມມືການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ