ວັນທີ 6 ພຶດສະພາ ຜ່ານມາ, ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ທັງເປັນຄະນະສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ມອບເຄື່ອງບໍລິໂພກປະເພດນໍ້າດື່ມຈໍານວນໜຶ່ງ ໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ໂຮງໝໍ 6 ມິຖຸນາ ແລະ ສູນດັດສ້າງຄໍາສະຫວ່າງ ຫຼັກ 33 ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກ້ວາງ.

ຕ່າງໜ້າຮັບ ໂດຍຫົວໜ້າໃນແຕ່ລະຈຸດດັ່ງກ່າວ,  ນໍ້າດື່ມທີ່ນໍາມາມອບໃນຄັ້ງນີ້ແມ່ນໄດ້ມາຈາກພາກສ່ວນບໍລິສັດ, ຫ້າງຮ້ານ, ບຸກຄົນ ເພື່ອມາປະກອບສ່ວນໃຫ້ກອງບັນຊາການ ປກສ ແຂວງ ເຂົ້າໃນເຮັດໜ້າທີ່ວຽກງານປ້ອງກັນ ແລະ ສະກັດກັ້ນຕ້ານກັບເຊື້ອພະຍາດໂຄວິດ19 ຢູ່ໃນແຂວງສະຫວັນນະເຂດ ເພື່ອຊຸກຍູ້ຕໍ່ໃຫ້ອ້າຍນ້ອງທີ່ກຽມພ້ອມເຮັດໜ້າທີ່ຢູ່ໃນບັນດາຈຸດຕ່າງໆ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ເນັ້ນໃຫ້ອ້າຍນ້ອງໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ເປັນເຈົ້າການໃນຄວບຄຸມ ແລະ ເຝົ້າລະວັງໂລກລະບາດພະຍາດໂຄວິດ-19 ຕາມລະບຽບການ ແລະ ວິທີການຈັດຕັ້ງປະຕິບັດຕາມຫຼັກການຂອງວິຊາເພາະຢ່າງເຂັ້ມງວດ.