ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສົມທົບກັບ ຊາວໜຸ່ມ ກະຊວງ ປກສ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງ ມາມອບໃຫ້ ສູນຮັບຕ້ອນ ກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 11 ພຶດສະພາ 2021, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ (ຕາງໜ້າມອບ) ແລະ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ (ຕາງໜ້າຮັບ) ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ໝີ່ 20 ແກັດ, ໄຂ່ 31 ແຕະ, ຜ້າປິດປາກ 100 ກັບ, ເຄື່ອງແທກອຸນຫະພູມ 6 ກັບ ແລະ ເງິນສົດຈໍານວນໜຶ່ງ ລວມມູນຄ່າທັງໝົດ 10.000.000 ກີບ, ເຊິ່ງເຄື່ອງທັງໝົດນີ້ ແມ່ນເພື່ອປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19.

ໂອກາດດັ່ງກ່າວ, ​ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ, ໂດຍເຄື່ອງດັ່ງກ່າວ ແມ່ນຈະມອບໃຫ້ສູນຮັບຕ້ອນ ເພື່ອນໍາໄປແຈກຢາຍໃຫ້ນັກຮຽນທີ່ຈົບມາແຕ່ຕ່າງແຂວງ ທີ່ຢູ່ໃນໄລຍະກັກຕົວ 14 ວັນ.