ທ່ານ ຊອມ ຕັນ ຟູ ຍູ ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກມາໃຫ້ ກອງພັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 12 ພຶດສະພາ 2021, ຕາງໜ້າຮັບໂດຍ ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນເຄື່ອນທີ່, ມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ການມອບເຄື່ອງໃນຄັ້ງນີ້ ປະກອບມີ: ປ໋ອງປາ ຈໍານວນ 500 ປ໋ອງ, ເຈວລ້າງມື ຈໍານວນ 10 ອັນ, ຖົງມື ຈໍານວນ 5 ກັບ, ຜ້າອັດປາກ-ດັ່ງ 100 ກັບ, ເຂົ້າສານ ຈໍານວນ 4 ເປົາ ແລະ ໄຂ່ໄກ່ ຈໍານວນ 50 ແຕະ ລວມມູນຄ່າທັງໝົດ 10.700.000 ກີບ.

ໂອກາດດັ່ງກ່າວ, ພັທ ພອນທິບ ພັນທະວົງ ໄດ້ມອບໃບກຽດຕິຄຸນ ພ້ອມທັງສະແດງຄວາມຂອບໃຈຕໍ່ ທ່ານ ຊອມ ຕັນ ຟູ ຍູ ທີ່ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ໃນຄັ້້ງນີ້ ເຊິ່ງເປັນການປະກອບສ່ວນອີກອັນໜຶ່ງ ທີ່ມີຄວາມສໍາຄັນຕໍ່ວຽກງານປ້ອງກັນຄວາມສະຫງົບ ກໍຄື ວຽກງານກວດກາຂອງກໍາລັງປ້ອງກັນເຄື່ອນທີ່ນະຄອນຫຼວງວຽງຈັນ.