ໃນວັນທີ 12 ພຶດສະພາ 2021, ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເນັ້ນ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຖືເປັນບັນຫາສໍາຄັນໃນການສະຫຼຸບຖອດຖອນບົດຮຽນ ເປັນຕົ້ນແມ່ນ ເມື່ອສໍາເລັດການອອກກວດກາຢູ່ແຕ່ລະຈຸດ ຈະຕ້ອງມີການສະຫຼຸບຖອດຖອນບົດຮຽນໃນແຕ່ລະມື້ວ່າ ມີຜົນງານດ້ານໃດແດ່ ແລະ ມີຈຸດອ່ອນຂໍ້ຄົງຄ້າງຄືແນມໃດ,  ເຊິ່ງຈະໄດ້ຊອກຫາວິທີແກ້ໄຂໃນຕໍ່ໜ້າ ເພື່ອຕອບສະໜອງໄດ້ກັບສະພາບການໃນປັດຈຸບັນ.

ພ້ອມນັ້ນ, ຕ້ອງຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ການນໍາພາ-ບັນຊາ ເພື່ອໃຫ້ເໝາະສົມກັບສະພາບຈຸດພິເສດໃນການເຄື່ອນໄຫວວຽກງານວິຊາສະເພາະ; ຄຽງຄູ່ກັນນີ້, ກໍຕ້ອງຖືໂອກາດນີ້ຕິດຕາມກວດກາວຽກຈິງຄົນເດັ່ນ ກໍຄື ພະນັກງານ-ນັກຮົບທີ່ມີຄວາມຫ້າວຫັນ ແລະ ເຮັດສໍາເລັດໜ້າທີ່ ເພື່ອສະເໜີຂັ້ນເທິງຍ້ອງຍໍສັນລະເສີນ ລວມໄປເຖິງການເລື່ອນຊັ້ນ.