ບໍລິສັດ ຮັກສາຄວາມປອດໄພ ແຂວງບໍລິຄໍາໄຊ ໄດ້ນໍາເອົາຜ້າອັດປາກ ແລະ ເຈວລ້າງມືຂ້າເຊື້ອ ລວມມູນຄ່າ 2.790.000 ກີບ ມາມອບໃຫ້ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃນວັນທີ 7 ພຶດສະພາ 2021, ກ່າວມອບໂດຍ ທ່ານ ນາງ ພິມພອນ ດວງສະຫງ່າ ອໍານວຍການ ບໍລິສັດ ຮັກສາຄວາມປອດໄພ ແຂວງບໍລິຄໍາໄຊ, ຕາງໜ້າກ່າວຮັບໂດຍ ພັທ ຄໍາໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ, ພ້ອມທັງມີ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພະນັກງານ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ນາງ ພິມພອນ ດວງສະຫງ່າ ໄດ້ກ່າວວ່າ:

ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນ ວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ນໍາເອົາຜ້າອັດປາກ ຈໍານວນ 170 ກັບ ແລະ ເຈວລ້າງມືຂ້າເຊື້ອ ຈໍານວນ 50 ກ່ອງ ມາມອບໃຫ້ ກອງບັນຊາການ ປກສ ແຂວງ  ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງໂຄວິດ-19 ບໍ່ໃຫ້ແຜ່ລາມໃນກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ.

ໂອກາດດຽວກັນ, ພັທ ຄໍາໝັ້ນ ໄຂທະວີສຸກ ກໍໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດພະນັກງານ-ນັກຮົບ ກ່າວສະແດງຄໍາຂອບໃຈ ທ່ານ ນາງ ພິມພອນ ດວງສະຫງ່າ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາອຸປະກອນດັ່ງກ່າວມາມອບໃຫ້ ແລະ ຈະນໍາໃຊ້ອຸປະກອນດັ່ງກ່າວໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງໂຄວິດ-19 ໃຫ້ໄດ້ຮັບຜົນສໍາເລັດສູງສຸດ.