ທ່ານ ພັອ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍສຸນກາງ 103 ກອງທັບ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງ ຄະນະນຳ ກະຊວງປ້ອງກັນປະເທດ, ຄະນະສະເພາະກິດຂັ້ນສຸນກາງ ເພື່ອການຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19, ໂຮງໝໍສຸນກາງ 103 ກອງທັບ ຂອງພວກເຮົາໄດ້ຖືສຳຄັນ ແລະ ກຽມພ້ອມໃນການປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວແຕ່ຫົວທີ, ເຊິ່ງລັດຖະບານ ກໍຄື ຄະນະສະເພາະກິດຂັ້ນສຸນກາງ ໄດ້ຈັດສັນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເຂົ້າມາປິ່ນປົວຢູ່ໃນໂຮງໝໍແຫ່ງນີ້ ເລີ່ມແຕ່ທ້າຍເດືອນເມສາ ເປັນຕົ້ນມາ ໂດຍມີທັງໝົດຈຳນວນ 84 ຄົນ, ມາຮອດປັດຈຸບັນ ໄດ້ປິ່ນປົວຫາຍດີແລ້ວຈຳນວນ 69 ຄົນ ແລະ ສືບຕ່ໍປິ່ນປົວອີກ 15 ຄົນ.

ທ່ານຫົວໜ້າການທະຫານໂຮງໝໍສຸນກາງ 103 ກອງທັບ ໄດ້ກ່າວຕື່ມອີກວ່າ:

ທ່ານ ພັອ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍສຸນກາງ 103 ກອງທັບ

ເພື່ອເປັນການຮັບມືກັບພະຍາດ ແລະ ສຸມໃສ່ການປິ່ນປົວຄົນເຈັບໃຫ້ມີຜົນສຳເລັດ, ພວກເຮົາໄດ້ຈັດແບ່ງໜ້າວຽກອອກເປັນ 5 ໜ້າວຽກໃຫຍ່ດັ່ງນີ້:

  • ວຽກງານປິ່ນປົວ
  • ວຽກງານກັ່ນກອງ
  • ວຽກງານເກັບຕົວຢ່າງຂອງຄົນຂອງຄົນເຈັບ
  • ວຽກງານສັກວັກຊີນ
  • ວຽກງານປ້ອງກັນ

ໃນແຕ່ລະໜ້າວຽກດັ່ງກ່າວ, ແພດ-ໝໍພວກເຮົາ ໄດ້ເປັນເຈົ້າການສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຈູບຈ້າວຫ້າວຫັນຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໂດຍຢຶດໝັ້ນນ້ໍາໃຈຂອງແພດປະຕິວັດ ບໍລິການຮັບໃຊ້ຄົນເຈັບຢ່າງສຸດຄວາມສາມາດ ເພາະພະຍາດນີ້ກໍຄື ສັດຕູໂຕຮ້າຍກາດຂອງປະເທດ.

ໃນການປິ່ນປົວຄົນເຈັບ, ພວກເຮົາໄດ້ຈັດແບ່ງອອກເປັນ 3 ຈຸ ແຕ່ລະຈຸມີ 10 ຄົນ ແລະ ໃນ 10 ຄົນນີ້ ຕ້ອງໄດ້ຜັດປ່ຽນກັນເຂົ້າເຮັດໜ້າທີ່ປິ່ນປົວຄົນເຈັບ ຈຸລະ 4 ຊົ່ວໂມງ ແລະ ຈຸໜຶ່ງແມ່ນກຳນົດ 14 ວັນ ຈຶ່ງສຳເລັດໜ້າທີ່ ແລະ ອອກມາກັກບໍລິເວນຢູ່ສຸນຕື່ມອີກ 14 ວັນ ຈຶ່ງຈະສາມາດອອກໄປຫາຄອບຄົວໄດ້; ນອກຈາກທີມແພດ-ໝໍແລ້ວ ຍັງມີທີມຊ່າງໄຟຟ້າ ແລະ ຊ່າງສ້ອມແປງນ້ໍາ ກໍໄດ້ຜັດປ່ຽນກັນເຂົ້າເຮັດໜ້າທີ່ ເຊັ່ນດຽວກັນ.

ແນວໃດກໍຕາມ, ຜ່ານການຕິດຕາມ ແລະ ປິ່ນປົວມານີ້ ພວກເຮົາກໍພົບກັບບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍດ້ານສົມຄວນ ເພາະພະຍາດດັ່ງກ່າວແມ່ນບໍ່ມີຢາຮັກສາສະເພາະເທື່ອ. ນອກນັ້ນ, ແພດ-ໝໍເຮົາ ກໍຍັງບໍ່ທັນມີບົດຮຽນ ແລະ ປະສົບການ ແຕ່ທຸກສະຫາຍກໍໄດ້ຍົກສຸງນໍ້າໃຈ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຮັດແນວໃດໃຫ້ຄົນເຈັບຊ່ວງເຊົາ ແລະ ຫາຍດີເປັນປົກກະຕິໂດຍໄວ.

ນອກຈາກວຽກງານວິຊາສະເພາະແລ້ວ, ບັນຫາສຳຄັນອັນໜຶ່ງກໍແມ່ນ ອຸປະກອນຮັບໃຊ້ ມີຫຼາຍອັນແມ່ນບໍ່ສາມາດຕອບສະໜອງກັບຄວາມຕ້ອງການຢ່າງພຽງພໍເທື່ອ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ຈັກຕິດຕາມຄົນເຈັບ, ອົກຊີ ແລະອື່ນໆ. ນອກນັ້ນ, ແພດ-ໝໍ ແລະ ຜູ້ຊ່ຽວຊານຈຳນວນໜຶ່ງ ພັດແບ່ງໄປຢູ່ຕາມໂຮງໝໍພາກສະໝາມຕື່ມອີກ.

ໃນຕອນທ້າຍ, ທ່ານຫົວໜ້າການທະຫານ ໄດ້ສະແດງຄວາມຂອບໃຈຕໍ່ທຸກໆພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມບໍລິຈາກວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້, ໂດຍສະເພາະແມ່ນ ໂຮງໝໍສຸນກາງ 103 ກອງທັບ ຕະຫຼອດໄລຍະທີ່ຜ່ານມາ ກໍມີຫຼາຍໆພາກສ່ວນທີ່ຮ່ວມບໍລິຈາກ ເຊິ່ງສະແດງເຖິງນໍ້າຈິດນໍ້າໃຈ ແລະ ຄວາມສາມັກຄີຂອງຄົນລາວເຮົາທີ່ບໍ່ເຄີຍເຫືອດແຫ້ງ.