ກະຊວງ ປກສ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ນາຍຕໍາຫຼວດຂັ້ນນໍາພາ-ບັນຊາຂອງ ກົມໃຫຍ່ຕໍາຫຼວດ ໃນວັນທີ 13 ພຶດສະພາ 2021, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ, ໂດຍມີຄະນະພັກ-ຄະນະບັນຊາກົມໃຫຍ່ ແລະ ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ

ໃນພິທີ, ພັອ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງມີລາຍລະອຽດດັ່ງນີ້:

  • ຍົກຍ້າຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຈາກ ກົມໃຫຍ່ຕໍາຫຼວດ ໄປຮັບໜ້າທີ່ໃໝ່ຢູ່ ກົມໃຫຍ່ການເມືອງ ປກສ
  • ຍົກຍ້າຍ ພັອ ນາງ ລີວົງ ລາວລີ ຈາກ ກະຊວງ ປກສ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງພາຍໃນ
  • ຍົກຍ້າຍ ພັອ ປອ ພູທອນ ວໍລະເພັດ ຈາກ ກະຊວງ ປກສ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ

ປະກາດແຕ່ງຕັ້ງຊົ່ວຄາວນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ໃນນີ້ແຕ່ງຕັ້ງ ພັອ ປອ ບົວພັນ ຟອງມະນີ ແລະ ພັອ ແກ່ນຈັນ ພົມມະຈັກ ເປັນ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພ້ອມນີ້, ຍັງໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງອີກຫຼາຍທ່ານ:

  • ພັອ ອິນປົງ ຈັນທະວົງສາ ຈາກ ກົມຕໍາຫຼວດສິ່ງແວດລ້ອມ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມສິ່ງເສບຕິດ
  • ພັອ ຄອນສີ ເນົາວະລາດ ຈາກ ກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ ໄປຮັບໜ້າທີ່ໃໝ່ ເປັນ ຫົວໜ້າສູນຄວບຄຸມລະບົບວົງຈອນປິດ, ພັອ ລັດສະໝີ ໄຊຍະຄໍາ ຈາກ ກົມຕໍາຫຼວດວິທະຍາ ໄປຮັບໜ້າທີ່ໃໝ່ ເປັນ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ
  • ພັອ ທອງສີ ໄຊພະວົງ ຈາກ ສູນຄວບຄຸມລະບົບວົງຈອນປິດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ
  • ພັອ ວັນເຮືອງ ຈັນທະພອນ ຈາກ ກົມຕໍາຫຼວດເສດຖະກິດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ
  • ພັທ ສາລີ ພຸດທະວົງ ຈາກ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການກົມໃຫຍ່
  • ພັທ ອານຸສິນ ສັກປະເສີດ ຈາກ ກົມຕໍາຫຼວດສິ່ງແວດລ້ອມ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ
  • ພັທ ວົງພະຈັນ ຜອງສົມບັດ ຈາກ ຫ້ອງການກົມໃຫຍ່ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ
  • ພັທ ບຸນຖິ່ນ ແກ້ວມົນລັດຊີ ຈາກ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຕໍາຫຼວດນິຕິວິທະຍາ