ໃນວັນທີ 14 ພຶດສະພາ 2021, ທ່ານ ນາງ ວົງຈັນ ບົວແພງ ເຈົ້າຂອງໂຮງແຮມລາວເທວ ແລະ ຮ້ານຄໍາເພົ້າ ສັ່ງໄດ້ ໄດ້ນໍາເອົາຜ້າອັດປາກ-ອັດດັງ ຈໍານວນ 150 ກັບ, ເຈວລ້າງມື 1 ແກັດ, ໝີ່ໄວໆ 10 ແກັດ ແລະ ນໍ້າດື່ມ ຈໍານວນ 12 ແພັກ ລວມມູນຄ່າ 4.930.000 ກີບ ມາມອບໃຫ້ ກະຊວງ ປກສ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັບປະກັນ.

ເຊິ່ງຕາງໜ້າຮັບອຸປະກອນດັ່ງກ່າວໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ໂດຍມີຕາງໜ້າບາງກົມກອງ ອ້ອມຂ້າງ ກະຊວງ, ກົມໃຫຍ່ການເມືອງ ປກສ,  ພະນັກງານໂຮງແຮມລາວເທວ ແລະ ຮ້ານຄໍາເພົ້າ ສັ່ງໄດ້ ເຂົ້າຮ່ວມ.