ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງກວດກາຊຸກຍູ້ຊີ້ນຳວຽກງານປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ເມືອງເຊໂປນ ໃນວັນທີ 12 ພຶດສະພາ 2021, ໂດຍມີ ຄະນະຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ, ຄະນະພະແນກ ແລະ ພະນັກງານວິຊາສະເພາະ  ໃນຄ້າຍ ເຂົ້າຮ່ວມ.

ການລົງກວດກາຊຸກຍູ້ວຽກງານປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້, ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ໄດ້ລາຍງານມາດຕະການການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ໃຫ້ຫົວໜ້າ ປກສ ແຂວງ ໄດ້ຮັບຮູ້ວ່າ:

ໂດຍປະຕິບັດຕາມຄຳສັ່ງຂອງ ນາຍົກລັດຖະມົນຕີ, ແຈ້ງການຂອງ ຄະນະສະເພາະກິດຂັ້ນແຂວງ ແລະ ຄະນະສະເພາະກິດຂັ້ນເມືອງ ເພື່ອຄວບຄຸມ ແລະ ເຝົ້າລະວັງພະຍາດໂຄວິດ-19 ຢູ່ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ຢ່າງເຂັ້ມງວດ ໂດຍເອົາໃຈໃສ່ສຶກສາອົບຮົບນັກໂທດ ແລະ ຜູ້ຖືກດັດສ້າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີການກວດອຸນະພູມຮ່າງກາຍແຕ່ລະຄົນເປັນປະຈໍາ, ຈັດຕັ້ງການປະຈຳການການປ້ອງກັນເວນຍາມຢູ່ຕາມຈຸດປ້ອມຍາມຕະຫຼອດ 24 ຊົ່ວໂມງ.

ພ້ອມນັ້ນ, ພັອ ສົມໝາຍ ພົມມະຈັນ ກໍໄດ້ຊີ້ນໍາໃຫ້ຄະນະຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ຈົ່ງເອົາໃຈໃສ່ມາດຕະການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຂອງ ຄະນະສະເພາະກິດ ວາງອອກຢ່າງເຄັ່ງຄັດ, ພ້ອມທັງມອບອຸປະກອນການແພດຈຳນວນໜຶ່ງໃຫ້ ຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.