ຄະນະກໍາມະການ ແຂວງວຽງຈັນ ແລະ ວິຊາການພາກສະໜາມ ໄດ້ລົງກວດກາວຽກໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງ ແຂວງວຽງຈັນ ໃນວັນທີ 12 ພຶດສະພາ 2021, ໂດຍມີ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ຄະນະກໍາມະການ, ວິຊາການຈາກພະແນກການ, ກົມກອງກ່ຽວຂ້ອງ ພ້ອມດ້ວຍບໍລິສັດ FSG ລາວ ບໍລິການຄວາມປອດໄພ ຈໍາກັດຜູ້ດຽວ.

ຈຸດຕິດຕັ້ງກ້ອງລວມມີ 6 ຈຸດ ຄື: ຈຸດວົງວຽນໂພນໂຮງ, ວົງວຽນໂພນໝີ, ຈຸດເສັ້ນທາງຕໍ່ໜ້າ ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ວົງວຽນເມືອງເກົ່າ ແລະ ຢູຫ້ອງວ່າການປົກຄອງແຂວງ.

ເຊິ່ງມີທັງໝົດ 5 ໜ້າວຽກ ຄື: ວຽກຕິດຕັ້ງຈໍຄວບຄຸມພາບ, ວຽກແລ່ນສາຍໃຍແກ້ວ, ວຽກຕິດຕັ້ງເສົາ, ວຽກຕິດຕັ້ງກ້ອງ ແລະ ວຽກໄຟຟ້າ ຜ່ານການລົງກວດ ກາແຕ່ລະວຽກແມ່ນສຳເລັດແລ້ວ 100%.

ທ່ານ ນາງ changnannan ຕາງໜ້າບໍລິສັດ FSG ລາວ ບໍລິການຄວາມປອດໄພ ຈໍາກັດຜູ້ດຽວ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບ ຜົນສໍາເລັດຂອງໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງ ແຂວງວຽງຈັນ ແມ່ນສຳເລັດ 100% ໃນມູນຄ່າ 390.474.000 ກີບ ເຊິ່ງແມ່ນງົບປະມານຂອງແຂວງທັງໝົດ.

ໂຄງການນີ້ເປັນໂຄງການໜຶ່ງທີ່ພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງວຽງຈັນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ, ເປັນການຍົກສູງຄວາມສາມາດໃນວຽກງານປ້ອງກັນຄວາມສະຫງົບ, ເປັນໂສມໜ້າໃໝ່ຂອງແຂວງວຽງຈັນ, ຍົກສູງຄວາມປອດໄພໃຫ້ແກ່ປະຊາຊົນບັນດາເຜົ່າ, ເພື່ອຕິດຕາມຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໃຫ້ເຂົ້າສູ່ລະບຽບຫຼັກການ, ຍົກສູງວຽກງານຕ້ານການກໍ່ອາຊະຍາກຳ ເປັນຕົ້ນແມ່ນ: ປຸ້ນຈີ້, ຊິງຊັບ, ຂີ້ລັກງັດແງະ, ອາລະວາດຕີກັນ, ຂີ່ລົດກວນເມືອງ ແລະອື່ນໆ.

ເຊິ່ງໂຄງການດັ່ງນີ້ ແມ່ນຈະໄດ້ມອບໃຫ້ ກອງບັນຊາການ ປກສ ແຂວງວຽງຈັນ ເປັນຜູ້ຄວບຄຸມ, ປົກປັກຮັກສາ ແລະ ນຳໃຊ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

ພາຍຫຼັງ ຄະນະກຳມະການ ລົງກວດກາແຕ່ລະໜ້າວຽກສຳເລັດແລ້ວ ກໍໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງ ແຂວງວຽງຈັນ ໂດຍການເຊັນມອບ-ຮັບ ລະຫວ່າງ ທ່ານ Xionghaibo ຕາງໜ້າບໍລິສັດ FSG ລາວ ບໍລິການຄວາມປອດໄພ ຈໍາກັດຜູ້ດຽວ ແລະ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ເຊິ່ງມີ ຄະນະກຳມະການ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.