ໃນວັນທີ 12 ພຶດສະພາ 2021, ພັອ ຄໍາພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ລົງຢ້ຽມພະນັກງານປະຈໍາປ້ອມກວດກາຈຸດບ້ານນໍ້າແພ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ຕ້ານການແພ່ລະບາດພະຍາດໂຄວິດ 19.

 ພັຕ ບຸນມີ ພັນດາຮັກ ຫົວໜ້າປ້ອມກວດກາ ຈຸດບ້ານນໍ້າແພ ໄດ້ລາຍງານຫຍໍ້ສະພາບການປະຕິບັດໜ້າທີ່ຂອງພະນັກງານປະຈໍາປ້ອມກວດກາ ຈຸດບ້ານນໍ້າແພ, ເຊິ່ງແມ່ນຈຸດເຊື່ອມຊາຍແດນລະຫວ່າງ ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ວ່າ:

ໃນໄລຍະຜ່ານມາ, ພະນັກງານແຕ່ລະສະຫາຍ ແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະ. ນອກນີ້, ຍັງໄດ້ເອົາໃຈໃສ່ປະຕິຄໍາສັ່ງເລກທີ 15/ນຍ ແລະ ຄໍາສັ່ງເພີ່ມເຕີມຂອງ ທ່ານເຈົ້າແຂວງຫຼວງນໍ້າທາ ເລກທີ 02/ຈຂ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ-19, ມີການປະສານງານກັບພາກສ່ວນທີ່ກ່ຽວຂອງ, ຄະນະສະເພາະກິດຂັ້ນເມືອງ  ເພື່ອຈັດຕັ້ງປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ ແລະ ຮັບປະກັນຄວາມປອດໄພໃນທຸກໆດ້ານ.

ໂອກາດດຽວກັນນີ້,  ພັອ ຄໍາພັດ ພົມພິພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໃຫ້ ແລະ  ຮຽກຮ້ອງໃຫ້ເປັນເຈົ້າການໃນການປະຕິບັດແນວທາງປ້ອງກັນຄວາມສະຫງົບ ໃຫ້ເປັນລະບຽບຮຽບຮ້ອຍ,   ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ -19 ຢ່າງເຂັ້ມງວດ ໂດຍສະເພາະແມ່ນ ສະກັດກັ້ນບໍ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າ-ຊາວຂາຍ ເຄື່ອນໄຫວໄປມາຕາມລຳພັງໃຈ, ຖ້າມີຄວາມຈຳເປັນ ຕ້ອງລາຍງານຜ່ານ ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ຢ່າງຖືກຕ້ອງ.