ວັນທີ 17 ພຶດສະພາ 2021, ບໍລິສັດ ສະຫວັນ ປາຊີຟິກກາ ດີເວີລົບເມັ້ນ ຈຳກັດ ນຳເອົາອຸປະກອນການແພດໄປມອບໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ເຊິ່ງເຄື່ອງທີ່ນຳໄປມອບໃນຄັ້ງນີ້ ມີ: ຜ້າອັດປາກ-ດັງ ຈຳນວນ 500 ກ່ອງ ແລະ ເຈວລ້າງມື 100 ຕຸກ, ລວມມູນຄ່າທັງໝົດ 15.500.000 ກີບ ເພື່ອຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງ, ໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ.

ກ່າວມອບໂດຍ ທ່ານ ຕິ ຊິເຊັງ ປະທານບໍລິສັດ ສະຫວັນ ປາຊີຟີກກາ ດີເວີເມັ້ນ ຈຳກັດ, ກ່າວຮັບໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ; ທັງເປັນຄະນະຊີ້ນຳ-ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນ ແຂວງ, ມີຄະນະພັກກອງບັນຊາ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄວາມຂອບໃຈ ແລະຊົມເຊີມມາຍັງ ບໍລິສັດ ສະຫວັນ ປາຊິຟີກກາ ດີເວີລົບເມັ້ນ ຈຳກັດ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ເຂົ້າໃນວຽກງານສະກັດກັ້ນ; ຄວບຄຸມ ແລະແກ້ໄຂການລະບາດພະຍາດ COVID-19; ທັງເປັນການປະກອບສ່ວນຊຸກຍູ້ອ້າຍ-ນ້ອງກຳລັງປ້ອງກັນຄວາມສະຫງົບທີ່ກຳລັງເຄື່ອນໄຫວປະຕິບັດໜ້າທີ່ໃນຕອນນີ້ ແລະ ຕາງໜ້າໃຫ້ຄະນະພັກ-ຄະນະບັນໍາກອງບັນຊາການ ປກສ ແຂວງສະຫວັນນະເຂດ ຂໍຢັ້ງຢືນຍັນວ່າ ຈະນໍາໃຊ້ ເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ.