ໃນວັນທີ 15 ພຶດສະພາ 2021, ຢູ່ທີ່ເຂດຫຼັກໝາຍຊາຍແດນລາວ-ຈີນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອປະເພດອຸປະກອນການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19; ລະຫວ່າງກອງບັນຊາການຕຳຫຼວດກິ່ງ ແຂວງສິບສອງພັນນາ ແຫ່ງ ສປ ຈີນ ແລະ ກອງບັນຊາການ ປກສ 5 ແຂວງ ພາກເໜືອ ແຫ່ງ ສປປ ລາວ; ກ່າວມອບໂດຍ ພັອ ເຈີນຊຽວພິງ ຮອງຫົວໜ້າກອງບັນຊາການ ຕຳຫຼວດກິ່ງ ແຂວງສິບສອງພັນນາ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ; ຕາງໜ້າກ່າວຮັບໂດຍ ພັທ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ພ້ອມດ້ວຍຫົວໜ້າ-ຄະນະກອງບັນຊາການ ປກສ ແຂວງ ຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ.

ພັອ ເຈີນຊຽວພິງ ໄດ້ກ່າວວ່າ: “ເຄື່ອງນໍາມາມອບໃນຄັ້ງນີ້ ມີ: ຜ້າອັດປາກທຳມະດາ, ຜ້າອັດປາກN95, ຊຸດປ້ອງກັນເຊື້ອພະຍາດ, ແວ່ນຕາ ແລະ ເຄື່ອງວັດແທກອຸນນະພູມ ລວມມູນຄ່າທັງໝົດ 250,000 ຢວນ ຫຼື ເທົ່າກັບ 370.000.000 ກວ່າກີບ; ໃນນີ້, ມອບໃຫ້ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ມີຜ້າອັດປາກທຳມະດາ ຈຳນວນ 15 ແກັດ, ມີ 45.000 ອັນ, ຜ້າອັດປາກ N95 02 ແກັດ, ຊຸດປ້ອງກັນເຊື້ອພະຍາດ 8 ແກັດ ມີ 320 ຊຸດ, ແວ່ນຕາ 01 ແກັດ ມີ 200 ອັນ ແລະ ເຄື່ອງວັດແທກອຸນນະພູມ 5 ແກັດ ມີ 100 ອັນ.       

ໂອກາດດັ່ງກ່າວ, ພັທ ພອນແກ້ວ ພົງແສນຫຼວງ ກ່າວຂອບໃຈ ແລະ ສຳລັບເຄື່ອງທີ່ຮັບການຊ່ວຍເຫຼືອແມ່ນຈະແຈກຢາຍ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເປັນຕົ້ນແມ່ນການຄວບຄຸມ, ປ້ອງກັນສະກັດກັ້ນ-ຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ທົ່ວເຖິງ.