ໃນວັນທີ 19 ພຶດສະພາ 2021, ນໍາໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າຄະນະສະເພາະກິດປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກະຊວງ ປກສ ພ້ອມຄະນະ ໄດ້ລົງຕິດຕາມຊຸກວຽກງງານຕ້ານໂຄວິດ-19 ຢູ່ກອງບັນຊາການປ້ອງກັນສູນກາງ ແລະ ກອງບັນຊາການເຄື່ອນທີ່ ກະຊວງ ປກສ.

ໂອກາດນີ້, ທັງ 2 ພາກສ່ວນໄດ້ລາຍງານສະພາບການໂດຍຫຍໍ້ຂອງການປະຕິບັດໜ້າວຽກງານຕ່າງໆໂດຍສະເພາະແມ່ນວຽກງານການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ທັງ 2 ພາກສ່ວນແມ່ນໄດ້ເອົາໃຈໃສ່ປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດເປັນຕົ້ນ: ແມ່ນໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດຂັ້ນກອງບັນຊາການ, ແຕ່ງຈຸປະຈໍາການພັດປ່ຽນກັນມາປະຕິບັດໜ້າທີ່; ຕັ້ງຈຸດກວດວັດແທກອຸນຫະພູມຕາມທາງເຂົ້າ-ອອກ, ເວັ້ນໄລຍະຫ່າງ, ມີຈຸດລ້າງມືດ້ວຍເຈວ, ໃສ່ຜ້າອັດປາກ-ດັງ, ສໍາລັບພະນັກງານ-ນັກຮົບ ຄົນໃດທີ່ເປັນກຸ່ມສ່ຽງກໍໄດ້ນໍາຕົວ ຫຼື ໃຫ້ຈໍາກັດບໍ່ລິເວນຕາມສະຖານທີ່ຕ່າງໆທີ່ໄດ້ກໍານົດໄວ້ ເມື່ອກັກຕົວຄົບກໍານົດບໍ່ມີອາການໃດໆແລ້ວຈິງໃຫ້ກັບມາປະຕິບັດໜ້າທີ່ໄດ້ຕາມປົກກະຕິ.

ຫຼັງຈາກນັ້ນ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະກອງບັນຊາ 2 ກອງບັນຊາການເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຮູ້ໄດ້ເຖິງອັນຕະລາຍຂອງເຊື້ອພະຍາດໂຄວິດ-19 ແລະ ຜົນເສຍຫາຍ; ພ້ອມກັນຕື່ນຕົວປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຕ່າງໆຢ່າງເຂັ້ມງວດ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ສັງຄົມ, ພ້ອມທັງສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ເຮັດໜ້າທີ່ປ້ອງກັນ ແລະ ອອກກວດກາຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ.