ພິທີປະກາດແຕ່ງຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າໜ້າຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ 3 ພາກສ່ວນຄື: ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກການຕ່າງປະເທດແຂວງ ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2021; ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ມີຄະຄະປະຈຳພັກແຂວງ, ກຳມະການພັກແຂວງ, ແຂກຮັບເຊີນ ແລະ ພະນັກງານຈາກສາມພາກສ່ວນ ເຂົ້າຮ່ວມ.

ທ່ານ ນາງ ລິຈັນ ສີສຸທຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຄື: ຕົກລົງແຕ່ງຕັ້ງ ທ່ານ ນາງ ອໍາໄພວອນ ປັນຍາລັກ ເປັນຫົວໜ້າຫ້ອງວ່າການແຂວງ; ທ່ານ ຈໍາປາ ສີດາຄໍາ ເປັນຫົວໜ້າພະແນກການຕ່າງປະເທດ, ທ່ານ ວົງໄຊ ຊົງເພຍຢາງຊື ເປັນຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ບຸນມີນາ ຂັນທະຍົງທອງ ເປັນຮອງຫົວໜ້າພະແນກການຕ່າງປະເທດ; ສະຫາຍ ສຸຫວັດ ມະຫາວົງສະນັ່ນ ເປັນເລຂາໜ່ວຍຄະນະຈັດຕັ້ງແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ແລະ ຕົກລົງສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ສະຫາຍ ຄຳດີ ວົງລ້ອມ ໄປປະຈຳການຢູ່ສະພາປະຊາຊົນແຂວງ; ສະຫາຍ ຈຳປາ ສີດາຄຳ ໄປປະຈຳການຢູ່ພະແນກການຕ່າງປະເທດ.

ແຕ່ງຕັ້ງ ສະຫາຍ ອຳໄພວອນ ປັນຍາລັກ ເປັນເລຂາຄະນະພັກຮາກຖານ ຫ້ອງວ່າການປົກຄອງແຂວງ, ສະຫາຍ ຈໍາປາ ສິດາຄໍາ ເປັນເລຂາໜ່ວຍພັກພະແນກການຕ່າງປະເທດ; ຈາກນັ້ນ, ທັງສາມພາກສ່ວນໄດ້ຂຶ້ນຜ່ານບົດບັນທຶກ ແລະ ມອບ-ຮັບ ໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງລົງນາມໃນບົດບັນທຶກ ມອບ-ຮັບໜ້າທີ່.

ໂອກາດນີ້, ທ່ານເຈົ້າແຂວງອຸດົມໄຊ ກ່າວວ່າ: ນີ້ມັນເປັນເຫດການປົກກະຕິຂອງການຈັດຕັ້ງທີ່ຈະຕ້ອງມີການສັບປ່ຽນບ່ອນປະຈຳການ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກງານ ແລະ ຕາມຍຸກຕາມສະໄໝ; ດັ່ງນັ້ນ ຜູ້ທີ່ໄປຮັບຜິດຊອບວຽກໃໝ່ກໍຕ້ອງສຶກສາຮ່ຳຮຽນ ກຳແໜ້ນບັນດາໜ້າວຽກທີ່ຕົນເອງຮັບຜິດຊອບໃຫ້ເລິກເຊິ່ງ ແລະ ພະນັກງານໃນພະແນກການ, ອົງການນັ້ນ ກໍຕ້ອງໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ວຽກງານຢ່າງເຕັມທີ່ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ແມ່ນໄດ້ຜ່ານການທົດສອບ, ຜ່ານການຄົ້ນຄ້ວາ ຫຼາຍລົບຫຼາຍຕ່າວຈາກຄະນະພັກ, ເປັນບຸກຄົນທີ່ມີມາດຖານເງື່ອນໄຂເໝາະສົມ ແລະ ເຊື່ອວ່າຈະເປັນທີ່ຍອມຮັບຈາກບັນດາພະນັກງານຮ່ວມງານເປັນຢ່າງດີ.